ຫວຽດນາມ-ລັດເຊຍເຊັນສັນຍາສຳຫຼວດຂຸດຄົ້ນນ້ຳມັນ

ຫວຽດນາມ-ລັດເຊຍເຊັນສັນຍາສຳຫຼວດຂຸດຄົ້ນນ້ຳມັນ - ảnh 1
ພິທີເຊັນສັນຍາລະຫວ່າງ 2 ຝ່າຍ
(ພາບ: Duy Trinh/Vietnam+)

(vovworld) – ​ວັນ​ທີ 16/6, ຢູ່​ສູນ​ວາງສະ​ແດງ​ສາກົນ “Crocus Expo” ຢູ່​ນະຄອນຫຼວງ ມົດ​ສະ​ກູ, ສະຫະພັນ ລັດ​ເຊຍ, ບັນດາ​ປະທານ, ຜູ້ອຳນວຍການ​ບໍລິຫານ​ຂະ​ແໜງ​ພະລັງງານ ​ແລະ ນັກ​ການ​ເມືອງ​ທີ່​ມາ​ຈາກ​ຫຼາຍປະ​ເທດ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄົບ​ຄະນະ​​ນ້ຳມັນ​​ໂລກ​ຄັ້ງ​ທີ 21, ຄາດ​ວ່າ​ຈະ​ແກ່ຍາວ​ເປັນ​ເວລາ 5 ວັນ. ຄະ​ນະ​ຜູ້​ແທນ ຫວຽດນາມ ​ໂດຍ​ທ່ານ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ - ການ​ຄ້າ ຫວູຮູ​ຍຮ່ວາງ ນຳ​ໜ້າ​ໄດ້​ເຂົ້າ​ຮ່ວມ​ວາລະ​ປະຊຸມ​ຄົບ​ຄະນະ. ຫຼັງ​ຈາກ​ນັ້ນ, ພາຍ​ໃຕ້​ການ​ເປັນ​ສັກຂີ​ພິຍານ​ຂອງ​ທ່ານ​ລັດຖະມົນຕີ ຫວູຮູ​ຍຮ່ວາງ ​ແລະ ປະທານ​ກຸ່ມ​ບໍລິສັດ Rosneft ຂອງ​ລັດ​ເຊຍ ທ່ານ Igor Sechin, ທ່ານຜູ້ອຳນວຍການ​ໃຫຍ່​ບໍລິສັດ​ນ້ຳມັນ​ບໍ​ແຫ່ Zarubezhneft Alexander Kudasov ​ແລະ ຜູ້ອຳນວຍການ​ໃຫຍ່​ກຸ່ມ​ບໍ່​ລິ​ສັດ​ນ້ຳມັນ​ອາຍ​ແກຼດ ຫວຽດນາມ (Petro Vietnam) ​ໂດ໋ວັນ​ເຮົ້າ ​ໄດ້​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ ກ່ຽວ​ກັບ​ຄວາມ​ສາມາດ​ຮ່ວມ​ມື​ດຳ​ເນີນ​ການ​ຄົ້ນ​ຄ້ວາ​ດ້ານ​ທໍລະນີຮ່ວມ​​ຢູ່ແປງ 125 ​ແລະ 126 ຂຶ້ນ​ກັບຟູ໋​ແຄ໋ງ, ​ໃນ​ເຂດ​ໄຫຼ່​ທະວີບ ຫວຽດນາມ. ທ່ານ​ລັດຖະມົນຕີ ຫວູຮູ​ຍຮ່ວາງ ​ໄດ້​ແວ່ຢາມ​ຮ້ານ​ວາງ​ສະ​ແດງ​ຂອງ Petro Vietnam ຢູ່​ງານ​ວາງສະ​ແດງ​ນ້ຳມັນ​​ໂລກຄັ້ງ​ທີ 21, ​ເຊິ່ງ​ແມ່ນ​ເຫດການ​ໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນ​ເນື່ອງ​ໃນ​ກອງ​ປະຊຸມ​ດັ່ງກ່າວ.


ຂ່າວ/ບົດ​ອື່ນ