ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ທ່ານ ທ່ານປະທານາທິບໍດີ Tony Tan Keng Yan
(vovworld) – ຖະແຫຼງການທາງສື່ມວນຊົນຮ່ວມ ຫວຽດນາມ - ສິງກະໂປທີ່ໄດ້ປະກາດໃນວັນທີ 29/8, ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດ ສິງກະໂປ ຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ພັນລະຍາ, ໄດ້ຢືນຢັນວ່າ 2 ຝ່າຍເປັນເອກະສັນເພີ່ມທະວີການພົວພັນ 2 ຝ່າຍ, ໃນນັ້ນ ຫວຽດນາມ ສືບຕໍ່ສ້າງສະພາບແວດລ້ອມແຫ່ງການລົງທຶນສະດວກໃຫ້ແກ່ບັນດາວິສາຫະກິດຕ່າງປະເທດ. ຖະແຫຼງການໄດ້ຊີ້ແຈ້ງວ່າ: ໃນການຢ້ຽມຢາມ ສິງກະໂປ ແຕ່ວັນທີ 28 – 30/8, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ເຈລະຈາກັບທ່ານປະທານາທິບໍດີ Tony Tan Keng Yan ແລະ ເຂົ້າຢ້ຽມຂຳ່ນັບທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ. ທີ່ການພົບປະຄັ້ງຕ່າງໆ, 2 ຝ່າຍໄດ້ຢັ້ງຢືນການພົວພັນ 2 ຝ່າຍອັນດີງາມພວມໄດ້ພັດທະນາຢ່າງວ່ອງໄວນັບແຕ່ເມື່ອສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດແຕ່ປີ 2013. ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ສະເໜີໃຫ້ ຫວຽດນາມ ສະໜອງໃບອະນາຍາດໃຫ້ສາຂາທະນາຄານໂດຍຕ່າງປະເທດກຳມະສິດໃຫ້ທະນາຄານ UOB ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການສະໜອງບັນດາບໍລິການການເງິນຢູ່ ຫວຽດນາມ ໃຫ້ບັນດາວິສາຫະກິດຂອງ ຫວຽດນາມ ແລະ ສິງກະໂປ.
2 ຝ່າຍໄດ້ຮັບຮູ້ການພັດທະນາຢ່າງແຂງແຮງຂອງການພົວພັນຮ່ວມມືປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈລວມລະຫວ່າງ 2 ປະເທດ. ບົນພື້ນຖານຂໍ້ຕົກລົງຮ່ວມມືປ້ອງກັນຊາດປີ 2009 (DCA), 2 ຝ່າຍເປັນເອກະສັນ, ຮັກສາບັນດາການຢ້ຽມຢາມ 2 ຝ່າຍ ແລະ ບັນດາກົນໄກການເຈລະຈາລະຫວ່າງ 2 ອົງການປ້ອງກັນຊາດ.
2 ຝ່າຍໄດ້ຢັ້ງຢືນຄວາມສຳຄັນໃນການຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ ແລະ ຄວາມເສລີໃນການເດີນທະເລ ແລະ ການບິນຢູ່ທະເລຕາເວັນອອກ. ການນຳ 2 ປະເທດໄດ້ເນັ້ນໜັກເຖິງຄວາມສຳຄັນໃນການແກ້ໄຂ ການຂັດແຍ້ງໂດຍສັນຕິວິທີ, ໃນນັ້ນລວມມີເລື່ອງເຄົາລົບບັນດາວິວັດທະນາການນິຕິກຳ ແລະ ການທູດຢ່າງຄົບຖ້ວນ, ບໍ່ຂົ່ມຂູ່ ຫຼື ນຳໃຊ້ອາວຸດ, ເໝາະສົມກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາກ່ຽວກັບກົດໝາຍວ່າດ້ວຍທະເລຂອງ ສປຊ ປີ 1982 (UNCLOS). 2 ຝ່າຍຢັ້ງຢືນສະໜັບສະໜູນການປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ແລະ ຮ່ວມມືຢ່າງແໜ້ນແຟ້ນມຸ່ງໄປເຖິງການສ້າງກົດແຫ່ງການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (COC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ.