ຫວຽດນາມສົ່ງອອກເກີນດຸນ 6,5 ຕື້ USD ໃນ7 ເດືອນຕົ້ນປີ 2020
(VOVWORLD) - ຕາມການລາຍງານຈາກກົມສົ່ງອອກນຳເຂົ້າຂອງກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມແລ້ວ, ເດືອນກໍລະກົດ, ຄາດວ່າ ຫວຽດນາມ ຈະສົ່ງອອກເກີນດຸນ 1ຕື້ USD.
ພາບປະກອບ: haiquanonline.com |
ຄິດໄລ່ລວມ 7 ເດືອນຕົ້ນປີ 2020, ດຸນການຄ້າຂອງສິນຄ້າຫວຽດນາມສືບຕໍ່ສົ່ງອອກເກີນດຸນ 6,5 ຕື້ USD, ສູງກ່ວາຫຼາຍເມື່ອທຽບໃສ່ຕົວເລກສົ່ງອອກເກີນດຸນ 1,98 ຕື້ຶ້ USD ຂອງ 7 ເດືອນປີ 2019.
ຢູ່ໃນໂລກ, ໂລກລະບາດ Covid – 19 ນັບມື້ນັບຜັນແປຢ່າງສັບສົນ, ສືບຕໍ່ສົ່ງຜົນສະທ້ອນຫຍໍ້ທໍ້ເຖິງການເຄື່ອນໄຫວນຳເຂົ້າ - ສົ່ງອອກຂອງຫວຽດນາມ. ຍອດວົງເງິນການສົ່ງອອກ - ນຳເຂົ້າສິນຄ້າໃນ 7 ເດືອນຕົ້ນປີ 2020 ຄາດວ່າຈະບັນລຸ 285,12 ຕື້ USD, ຫຼຸດລົງ 1,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019.
ໃນ 7 ເດືອນຕົ້ນປີ 2020 ມີສິນຄ້າ 23 ປະເພດບັນລຸໄດ້ວົງເງິນສົ່ງອອກສູງກ່ວາ 1 ຕື້ USD, ກວມເອົາ 87% ຂອງຍອດວົງເງິນສົ່ງອອກທັງໝົດ.