ພາບປະກອບ
|
(vovworld)- ກະຊວງອຸດສາຫະກຳ ແລະ ການຄ້າໃຫ້ຮູ້ວ່າ: ຫວຽດນາມ ແລະ ຟີລີບປີນ ຫາກໍບັນລຸໄດ້ຂໍ້ຕົກລົງກໍ່ກຳນົດເວລາເອກະສານຕົກລົງກ່ຽວກັບການສົ່ງອອກນຳເຂົ້າ ເຂົ້າສານລະຫວ່າງສອງປະເທດໃຫ້ແກ່ໄລຍະຕໍ່ໄປໃນ 2 ປີ ຄືປີ 2017 ແລະ 2018. ຕາມນັ້ນແລ້ວ, ຫວຽດນາມ ຈະສະຫນອງເຂົ້າສານ 1,5 ລ້ານໂຕນ/ປີ ໃຫ້ຟີລີບປີນ, ຮັບປະກັນການຮັກສາທີ່ຕັ້ງຂອງຫນຶ່ງໃນບັນດາປະເທດສົ່ງອອກເຂົ້າສານແຖວຫນ້າຂອງໂລກ. ແຕ່ປີ 2011 – 2015, ຟີລີບປີນ ຍາມໃດກໍແມ່ນຕະຫລາດນຳເຂົ້າເຂົ້າສານສຳຄັນຂອງຫວຽດນາມ. ແຕ່ລະປີ ປະເທດນີ້ ນຳເຂົ້າເຂົ້າສານ ຈາກ 500.000 – 1.500.000 ໂຕນ ຈາກຫວຽດນາມ. ປະລິມານເຂົ້າສານທີ່ຫວຽດນາມ ສົ່ງໄປຍັງຕະຫລາດນີ້ກວມແຕ່ 17 -20% ຍອດຈຳນວນເຂົ້າສານຂອງຫວຽດນາມ ສົ່ງອອກໂລກແຕ່ລະປີໃນໄລຍະ 2011-2015.