ຫວຽດນາມສົມທົບກັບບັນດາປະເທດໃນການຊອກຫາເຮືອບິນມາເລເຊຍຫາຍສາບສູນເປັນຢ່າງດີ

ຫວຽດນາມສົມທົບກັບບັນດາປະເທດໃນການຊອກຫາເຮືອບິນມາເລເຊຍຫາຍສາບສູນເປັນຢ່າງດີ - ảnh 1
ພັນເອກ ຫວູເທ໋ຈຽນ ຢູ່ກອງບັນຊາການຊອກຫາ, ກູ້ໄພກູ້ຊີບຢູ່ ຟູ໋ກວກ
(ພາບ: baodatviet.vn)


(vovworld) - ​ເມື່ອ​ຕອບ​ສຳພາດ​ຕໍ່ນັກ​ຂ່າວ​ໃນ​ການ​ປະຊຸມ​ຂ່າວ​ເມື່ອ​ຕອນ​ບ່າຍ​ວັນ​ທີ 13/3, ທີ່​ກອງ​ບັນ​ຊາ​ການ​ຊອກ​ຫາ, ກູ້​ໄພ​ກູ້​ຊີບ​ຢູ່ ​ຟູ໋ກວກ, ​ແຂວງ ກຽນ​ຢາງ ກ່ຽວ​ກັບ​ເລື່ອງ​ຫວຽດນາມ ປະຕິບັດ​ວຽກ​ງານ​ຊອກ​ຫາ, ກູ້​ໄພ​ກູ້​ຊີບ​ເຮືອບິນ​ຂອງ ​ມາ​ເລ​ເຊຍ ຫາຍ​ສາບ​ສູນ, ທ່ານ ດ່ວານ​ຮື້ວຢາ, ຮອງ​​ຜູ້ອຳນວຍການ​ໃຫຍ່​ບໍລິສັດ​ຄຸ້ມ​ຄອງ​ການບິນ ຫວຽດນາມ, ຢືນຢັນ​ວ່າ: ມາ​ຮອດ​ຈຸດ​ເວລາ​ນີ້, ຫວຽດນາມ ​ໄດ້​ຕັ້ງໜ້າ​ປະຕິບັດ​ວຽກງານ​ຊອກ​ຫາ, ກູ້​ໄພ​ກູ້​ຊີບ​​ເຮືອບິນ​ລຳ​ດັ່ງກ່າວ, ສິ່ງ​ດັ່າງກ່າວສະ​ແດງ​​ໃຫ້​ເຫັນລັກສະນະ​ມະນຸດສະທຳ ​ແລະ ຄວາມ​ຮັບຜິດຊອບຂອງ​ຫວຽດນາມ. ຫວຽດນາມ ​ໄດ້​ປະຕິບັດວຽກ​ງານ​ຊອກ​ຫາ​ເຮືອບິນ​ຂອງ ມາ​ເລ​ເຊຍ ຫາຍ​ສາບ​ສູນ ​​ໃນ​ຫຼາຍ​ມື້​ຜ່ານ​ມາ ​ແລະ ສືບ​ຕໍ່​ມານະ​ພະຍາຍາມ​ຊອກ​ຫາ​ໃນ​ຊຸມ​ວັນ​ຈະ​ມາ​ເຖິງ, ​ແຕ່​ຮອດ​ຈຸດ​ເວລາ​ນີ້, ຍັງ​ບໍ່​ທັນມີ​ສັນຍານ​ຕັ້ງໜ້າ​ໃດໆ.

        ​ໃນ​ວັນ​ທີ 13/3, ຫວຽດນາມ ​ໄດ້​ລະດົມ​ກຳລັງ​ເຊິ່ງລວມມີ: ​ເຮືອບິນ AN26 2 ລຳ, ເຮືອບິນ Mi 171 ລຳ​ໜຶ່ງ, ​ເຮືອບິນ CASA 212  2 ລຳ​ ​ແລະ ​ກຳປັ່ນ 7 ລຳ​ເພື່ອ​ປະຕິບັດ​ວຽກ​ງານ​ຊອກ​ຫາ. ຄຽງຄູ່​ກັນ​ນັ້ນ, ​ຫວຽດນາມ ກໍ່ສົມທົບ​ກັບປະ​ເທດ ມາ​ເລ​ເຊຍ, ຈີນ, ສິງ​ກາ​ໂປ ​ໃນ​ວຽກ​ງານ​ນີ້​ເປັນ​ຢ່າງ​ດີ.

ຂ່າວ/ບົດ​ອື່ນ