ຫວຽດນາມສະຫນັບສະຫນູນຂະບວນການຝ່າຍຊ້າຍໂລກເພື່ອສັນຕິພາບແລະວັດທະນາຖາວອນ
ຄະນະຜູ້ແທນຫວຽດນາມ ທີ່ກອງປະຊຸມ
ພາບ:TTXVN
|
(vovworld)- ຄະນະຜູ້ແທນພັກກອມມູນິດຫວຽດນາມ ໂດຍທ່ານ ຫງວຽນຮູຍຕັງ, ຮອງຫົວຫນ້າຄະນະພົວພັນຕ່າງປະເທດສູນກາງ ນຳຫນ້າ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາ “ບັນດາພັກ ແລະ ສັງຄົມໃຫມ່” ຄັ້ງທີ 21 ດຳເນີນຢູ່ ນະຄອນຫລວງ ເມຊີໂກ Citi ແຕ່ວັນທີ 22-25/3 ໂດຍມີການເຂົ້າຮ່ວມຂອງຜູ້ແທນກວ່າ 800 ຄົນ ຂຶ້ນກັບບັນດາພັກ ແລະ ອົງການການເມືອງມາຈາກ 40 ປະເທດໃນໂລກ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ຫງວຽນຮູຍຕັງ ເນັ້ນຫນັກວ່າ ນີ້ແມ່ນເວທີປາໄສເພື່ອໃຫ້ບັນດາກຳລັງຝ່າຍຊ້າຍມີໂອກາດພົບປະ, ແລກປ່ຽນບົດຮຽນເພື່ອເພີ່ມທະວີຄວາມສາມັກຄີ ແລະ ຄວາມເປັນເອກະພາບໃນການກະທຳລະຫວ່າງບັນດາກຳລັງຝ່າຍຊ້າຍ, ຄວາມກ້າວຫນ້າບໍ່ພຽງແຕ່ຢູ່ ເມຊີໂກ, ພາກພື້ນ ອາເມລິກາລາຕີນ ເທົ່ານັ້ນຫາກນັບທັງຢູ່ໃນໂລກອີກດ້ວຍ. ທ່ານ ຫງວຽນຮູຍຕັງ ຢືນຢັນວ່າ ການສະຫນັບສະຫນູນຂອງພັກກອມມູນິດຫວຽດນາມ ສຳລັບຂະບວນການຝ່າຍຊ້າຍໃນການຕໍ່ສູ້ເພື່ອສັນຕິພາບ, ວັດທະນາຖາວອນ, ຄວາມສະເຫມີພາບໃນໂລກ.