ຫວຽດນາມສະເໜີບົດທາບທາມຄວາມເຫັນທີ່ກອງປະຊຸມລັດຖະມົນຕີພະລັງງານAPECຄັ້ງທີ11
ດຣ ກາວກວກຮືງ, ຮອງລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ ເຂົ້າຮ່ວມກອງປະຊຸມ
(ພາບ: Hải Yến/TTXVN)
(vovworld) – ວັນທີ 2/9, ກອງປະຊຸມລັດຖະມົນຕີກະຊວງພະລັງງານ APEC ຄັ້ງທີ 11 (EMM11) ໄດ້ຈັດຕັ້ງຢູ່ນະຄອນຫຼວງ ປັກກິ່ງ, ປະເທດ ຈີນ. EMM 11 ໄດ້ເຕົ້າໂຮມ 29 ຄະນະເຂົ້າຮ່ວມ, ລວມມີຜູ້ຕາງໜ້າຂອງ 21 ພື້ນຖານເສດຖະກິດສະມາຊິກ APEC ແລະ ບັນດາອົງການສາກົນກ່ຽວຂ້ອງ... ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມ EMM11 ໂດຍ ດຣ ກາວກວກຮືງ, ຮອງລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ ນຳໜ້າ. ທີ່ວາລະປຶກສາຫາລືດ້ວຍຫົວຂໍ້ວ່າ “ ສ້າງປະຊາຄົມພະລັງງານທີ່ມີປະສິດທິຜົນ ແລະ ຍືນຍົງ”, ຫວຽດນາມ ໄດ້ສະເໜີບົດທາບທາມຄວາມເຫັນ “ສະພາບການປະຕິບັດໂຄງການພະລັງງານ ແລະ ປົກປັກຮັກສາພະລັງງານຢູ່ ຫວຽດນາມ ຢ່າງມີປະສິດທິຜົນ”. ບົດທາບທາມຄວາມເຫັນແບ່ງປັນຄວາມຄືບໜ້າ ກໍ່ຄືບົດຮຽນຂອງ ຫວຽດນາມ ໃນວຽກງານປະຕິບັດກົດໝາຍວ່າດ້ວຍການປະຢັດ ແລະ ປະສິດທິຜົນພະລັງງານ, ພິເສດແມ່ນເນັ້ນໜັກບາງເນື້ອໃນຂອງ “ໂຄງການຈຸດໝາຍແຫ່ງຊາດກ່ຽວກັບປະສິດທິຜົນ ແລະ ການປະຢັດພະລັງງານ”. ບັນດາເນື້ອໃນດັ່ງກ່າວລວມມີການຍົກສູງຄວາມຮັບຮູ້ຂອງປະຊາຊົນໃນການນຳໃຊ້ປະສິດທິຜົນ ແລະ ການປະຢັດພະລັງງານ, ຍູ້ແຮງການນຳໃຊ້ເຕັກໂນໂລຢີໃໝ່, ສ້າງຕັ້ງລະບົບຄຸ້ມຄອງພະລັງງານ, ໜູນຊ່ວຍດ້ານເຕັກນິກໃນບາງຂະແໜງອຸດສາຫະກຳນຳໃຊ້ພະລັງງານຫຼາຍຄືຜະລິດເຫຼັກກ້າ, ຊີມັງ...