ຫວຽດນາມ-ສ.ເກົາຫຼີໂອ້ລົມສົນທະນານະໂຍບາຍປ້ອງກັນປະເທດຂັ້ນຮອງລັດຖະມົນຕີ

ຫວຽດນາມ-ສ.ເກົາຫຼີໂອ້ລົມສົນທະນານະໂຍບາຍປ້ອງກັນປະເທດຂັ້ນຮອງລັດຖະມົນຕີ - ảnh 1
ທ່ານ Baek Seung Joo, ຮ​ອງລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດສ.​ເກົາຫຼີ ແລະ ພົນ​ເອກ ຟຸ່ງກວາງ​ແທງ
(ພາບ: Trọng Đức/TTXVN)

(vovworld) – ວັນ​ທີ 21/7, ທີ່​ສຳນັກງານ​ກະຊວງ​ປ້ອງ​ກັນ​ປະ​ເທດ, ທ່ານ​ພົນ​ເອກ ຟຸງກວາງ​ແທງ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ, ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Baek Seung Joo, ຮ​ອງລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດສ.​ເກົາຫຼີ, ​ເນື່ອງ​ໃນ​ໂອກາດ​ມາ​ຢ້ຽມຢາມ ​ແລະ ​ເຂົ້າ​ຮ່ວມ​ການ​​ໂອ້​ລົມ​ສົນທະນານະ​ໂຍບາຍ​ປ້ອງ​ກັນ​ຊາດ​ຂັ້ນ​ຮອງ​ລັດຖະມົນຕີ​ຫວຽດນາມ - ສ.​ເກົາຫຼີ ຄັ້ງ​ທີ 3 ຢູ່​ຫວຽດນາມ ​ເຊິ່ງຈັດ​ຂຶ້ນ​ໃນ​ລະຫວ່າງ​ວັນ​ທີ 19 – 21/07. ພົນ​ເອກ ຟຸ່ງກວາງ​ແທງ ​ໄດ້​ຊົມ​ເຊີຍ​ຄະນະ​ມາ​ຢ້ຽມຢາມ, ​ເຮັດ​ວຽກ​ຢູ່​ຫວຽດນາມ, ພ້ອມ​ທັງ​ຖື​ວ່າ ຜ່ານ​ການ​ໂອ້​ລົມ​ສົນທະນາຈະ​ປະກອບ​ສ່ວນ​​ເພີ່ມ​ທະວີ, ປັບປຸງ​ການ​ພົວພັນ​ມິດຕະພາບ, ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ກອງທັບ ​ແລະ ປະຊາຊົນ 2 ປະ​ເທດ ຫວຽດນາມ - ສ. ​ເກົາຫຼີ. ທ່ານ Baek Seung Joo ​ໄດ້​ແຈ້ງ​ໃຫ້​ທ່ານ​ພົນ​ເອກ ຟຸງກວາງ​ແທງ  ​ໄດ້​ຮັບ​ຊາບ​ກ່ຽວ​ກັບ​ໝາກຜົນ​ຂອງ​ກອງ​ປະຊຸມ​ໂອ້​ລົມ​ສົນທະນາ​ນະ​ໂຍບາຍ​ປ້ອງ​ກັນ​ຊາດ​ຂອງຄະນະ​ກັບ ພົນ​ໂທ ຫງວຽນ​ຈີ໋ວີ້ງ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ, ປາດ​ຖະໜາ​ວ່າ ​​ໃນ​ໄລຍະ​ຈະ​ມາ​ເຖິງ​ກອງທັບ 2 ປະ​ເທດ​ຈະ​ມີ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ທີ່ແທ​ດຈິງ, ມີ​ປະສິດທິ​ຜົນ, ​ເໝາະ​ສົມກັບ​ຜົນ​ປະ​ໂຫຍ​ດຂອງ​ກອງທັບ ​ແລະ ປະຊາຊົນ 2 ປະ​ເທ​ດ ຫວຽດນາມ - ສ. ​ເກົາຫຼີ.



ຂ່າວ/ບົດ​ອື່ນ