ຫວຽດນາມຫວັງຢາກສຳເລັດການເຈລະຈາ TPP ກັບອາເມລິກາໂດຍໄວ

  ຫວຽດນາມຫວັງຢາກສຳເລັດການເຈລະຈາ TPP ກັບອາເມລິກາໂດຍໄວ - ảnh 1
ຮອງ​ໂຄ​ສົກ ກະ​ຊວງ​ການ​ຕ່າງ​ປະ​ເທດຫວຽດ​ນາມ
ທ່ານ​ນາງ​ຝ້າມ​ທິ​ທູ​ຮັ່ງ

(vovworld)- ທີ່​ການ​ປະ​ຊຸມ​ຂ່າວ​ສາ​ມັນຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ຮອງ​ໂຄ​ສົກ ກະ​ຊວງ​ການ​ຕ່າງ​ປະ​ເທດຫວຽດ​ນາມ ທ່ານ​ນາງ​ຝ້າມ​ທິ​ທູ​ຮັ່ງ ໄດ້​ແຈ້ງ​ບາງ​ການ​ເຄື່ອນ​ໄຫວ​ພົວ​ພັນ​ຕ່າງ​ປະ​ເທດ​ສຳ​ຄັນ​ຂອງ​ຫວຽດ​ນາມ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ. ໃນ​ນັ້ນ, ມ​ີ​ການ​ສົນ​ທະ​ນາ​ການ​ເມືອງ, ກາ​ນ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ​ຫວຽດ​ນາມ - ອາ​ເມ​ລິ​ກາ​ຄັ້ງ​ທີ 7 ຊຶ່ງ​ດຳ​ເນີນ​ໃນ​ວັນ​ທີ 22 ແລະ 23/1 ຢູ່​ຮ່າ​ໂນ້ຍ. ທີ່​ການ​ສົນ​ທະ​ນາ, 2 ຝ່າຍ​ໄດ້​ຕີ​ລາ​ຄາ​ສະ​ພາບ​ການ​ຜັນ​ຂະ​ຫຍາຍ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ ແລະ ແລກ​ປ່ຽນ​ກ່ຽວ​ກັບ​ເນື້ອ​ແທ້​ຂອງ​ບັນ​ດາ​ບັນ​ຫາ​ທີ່ 2 ປະ​ເທດ​ມີ​ຄວາມ​ສົນ​ໃຈ. ຕອບ​ຄຳ​ຖາມ​ຂອງ​ບັນ​ດາ​ນັກ​ຂ່າວ​ກ່ຽວ​ກັບ​ປະ​ຕິ​ກິ​ລີ​ຍາ​ຂອງ​ຫວຽດ​ນາມ​ຕໍ່​ໜ້າ​ຄວາມ​ປະ​ເອີບ​ໃຈ​ຂອງ​ອາ​ເມ​ລິ​ກາ​ທີ່​ຈະ​ສຳ​ເລັດ​ການ​ເຈ​ລະ​ຈາ TPP ລະ​ຫວ່າງ​ອາ​ເມ​ລິ​ກາ ແລະ ຫວຽມ​ນາມ​ໃນ​ທ້າຍ​ປີນີ້, ຮອງ​ໂຄ​ສົກ ກະ​ຊວງ​ການ​ຕ່າງ​ປະ​ເທດຫວຽດ​ນາມ ທ່ານ​ນາງ​ຝ້າມ​ທິ​ທູ​ຮັ່ງ ​ຢືນ​ຢັນ​ວ່າ :

   “ ສຳ​ລັບ​ຫວຽດ​ນາມ, TPP ແມ່ນ​ບາດ​ກ້າວ​ຜັນ​ຂະ​ຫຍາຍ​ແຜນນະ​ໂຍ​ບາຍ, ແນວ​ທາງ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ເລິກ​ເຊິ່ງ​ກ້​ວາງ​ຂວາງ, ຮອບ​ດ້ານ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຊາດ. ຫວຽດ​ນາມ​ພວມ​ມາ​ນະ​ພະ​ຍາ​ຍາມ​ພ້ອມ​ກັບ​ບັນ​ດາ​ສະ​ມາ​ຊິກ TPP ຊຸກ​ຍູ້​ເພື່ອ​ສຳ​ເລັດ​ວິ​ວັດ​ທະ​ນາ​ການ​ເຈ​ລະ​ຈາ​ຄື ຂ​ໍ້​ຕົກ​ລົງ​ຂອງ​ການ​ນຳ​ຂັ້ນ​ສູງ​ບັນ​ດາ​ປະ​ເທດ TPP. ປະ​ຈຸ​ບັນ, ວິ​ວັດ​ທະ​ນາການ​ເຈ​ລະ​ຈາພວມ​ດຳ​ເນີນ​ໄປ​ຢ່າງ​ຮີບ​ເຮັ່ງ ແລະ ກ້າວ​ເຂົ້າ​ສູ່​ໄລ​ຍະ​ກະ​ກຽມ​ສຳ​ເລັດ. ບັນ​ດາ​ນັກ​ເຈ​ລະ​ຈາ​ພວມ​ມາ​ນະ​ພະ​ຍາ​ຍາມ. ບັນ​ດາ​ນັກ​ເຈ​ລະ​ຈາ​ພວມ​ພະ​ຍາ​ຍາມ​ຮັດ​ແຄບ​ຄວາມ​ຜິດ​ໂຕນ​ທີ່​ຍັງ​ເຫຼືອ​ບົນ​ຈິດ​ໃຈ​ສ້າງ​ສັນ ແລະ ເອົາ​ໃຈ​ໃສ່​ຕໍ່​ຜົນປະ​ໂຫຍດ​ຂອງ​ກັນ ”

  ແລະ ກໍ​ທີ່ ທີ່​ການ​ປະ​ຊຸມ​ຂ່າວ​ສາ​ມັນຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ທ່ານ​ນາງ​ຝ້າມ​ທິ​ທູ​ຮັ່ງ​ ຢືນ​ຢັນ​ທັດ​ສະ​ນະ​ຂອງ​ຫວຽດ​ນາມ​ຕໍ່​ໜ້າ​ເລື່ອງ​ຈີນ​ດຳ​ເນີນ​ການ​ດັດ​ສ້າງ​ເກາະ​ຕ່າງໆ​ໃນ​ທະ​ເລ​ຕາ​ເວັນ​ອອກ ຊຶ່ງ​ຂຶ້ນ​ກັບເຂດ​ນ່ານ​ທະ​ເລ​ຂອງ​ຫວຽດ​ນາມ. ຮອງ​ໂຄ​ສົກ ກະ​ຊວງ​ການ​ຕ່າງ​ປະ​ເທດຫວຽດ​ນາມ ທ່ານ​ນາງ​ຝ້າມ​ທິ​ທູ​ຮັ່ງຢືນ​ຢັນ​ວ່າ : 

   “ ພວກ​ຂ້າ​ພະ​ເຈົ້າມີ​ພື້ນ​ຖານ​ດ້ານ​ກົດ​ໝາຍ​ ແລະ ຫຼັກ​ຖານ​ປະ​ຫວັດ​ສາດຢ່າງ​ພຽງພໍເພື່ອຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ຂອງ​ຕົນ​ຢູ່ 2 ໝູ່​ເກາະ​ເຈືອງ​ຊາ ແລະ ຮ່​ວາງ​ຊາ. ຫວຽດ​ນາມ​ເດັດ​ດຽວ​ຄັດ​ຄ້ານ ແລະ ຮຽກ​ຮ້ອງ​ຈີນ​ຈົ່ງ​ເຄົາ​ລົບ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ, ປະ​ຕິ​ບັດ​ຖະ​ແຫຼງ​ການ DOCຢ່າງ​ເຂັ້ມ​ງວດ, ຢຸດ​ຕິ​ການ​ດັດ​ສ້າງ, ກໍ່​ສ້າງ​ກິດ​ຈະ​ຈຳ​ເພື່ອ​ທຳ​ລາຍ​ສະ​ພາບດັ້ງ​ເດີມ​ຢູ່2 ໝູ່​ເກາະ​ເຈືອງ​ຊາ ແລະ ຮ່​ວາງ​ຊາ ແລະ ບໍ່​ປະ​ໃຫ້​ເກີດ​ການ​ກະ​ທຳ​ຜິດ​ພາດ​ເຊັ່ນ​ດຽວ​ກັນ ”

ຂ່າວ/ບົດ​ອື່ນ