ຫວຽດນາມ-ອົດສຕາລີຊຸກຍູ້ກາລະໂອກາດຮ່ວມມືໃນຂົງເຂດຂົນສັດ

ຫວຽດນາມ-ອົດສຕາລີຊຸກຍູ້ກາລະໂອກາດຮ່ວມມືໃນຂົງເຂດຂົນສັດ - ảnh 1
ການ​ເຮັດ​ວຽກ​ລະຫວ່າງ ກົມ​ອຸດສາຫະກຳ​ທ້ອງ​ຖິ່ນ
ຫວຽດນາມ ​ແລະ ສະຫະ​ສະມາຄົມຂົນສັດ ອົດສຕາ​ລີ
(ພາບ: baotintuc.vn)

(vovworld) –​​​ ​ ​ ​ຫວ່າງ​ແລ້ວ​ນີ້, ຢູ່​ສຳນັກງານ​ອົງການ​ຕາງໜ້າ​ການ​ຄ້າ ຫວຽດນາມ ປະຈຳ ອົດສຕາ​ລີ ​ໄດ້ດຳ​ເນີນ​ການ​ເຮັດ​ວຽກ​ລະຫວ່າງ ກົມ​ອຸດສາຫະກຳ​ທ້ອງ​ຖິ່ນ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ​ແລະ ສະຫະ​ສະມາຄົມຂົນສັດ ອົດສຕາ​ລີ. ທີ່​ການ​ເຮັດ​ວຽກ, 2 ຝ່າຍ​ໄດ້​ແລກປ່ຽນ​ຂໍ້​ມູນ​ກ່ຽວ​ກັບ​ສະພາບ​ຕ່ຳ​ແຜ່ນ​ຕັດຫຍິບ​ຂອງ ຫວຽດນາມ, ການ​ຜະລິດ, ສົ່ງ​ອອກຂົນ​ສັດຂອງ​ອົດສຕາ​ລີ ກໍ​ຄື​ການ​ເຄື່ອນ​ໄຫວໜູນ​ຊ່ວຍ. ນອກຈາກ​ນັ້ນ, ຜູ້ຕາງໜ້າ​ກົມ​ອຸດສາຫະກຳ​ທ້ອງ​ຖິ່ນ ກະຊວງ​ອຸດ​ສາ​ຫະກຳ ຫວຽດນາມ ​ແລະ ສະຫະ​ສະມາ​ຄົມຂົນສັດ ອົດສຕາ​ລີ ​ໄດ້​ແລກປ່ຽນ​ກ່ຽວ​ກັບວິທີ​ການເຄື່ອນ​ໄຫວ, ການ​ບໍລິຫານ​ຂອງ​ສະຫະ​ສະມາຄົມ​ໃນ​ການ​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ສົ່ງ​ອອກຂົນ​ສັດຂອງ ອົດສຕາ​ລີ, ບົດຮຽນ​ທີ່​ສາມາດນຳ​ໃຊ້​ໃນ​ສະພາບຕົວ​ຈິງ​ຂອງ ຫວຽດນາມ ກໍ​ຄື​ເພີ່​ມທະວີຄວາມ​ເຂົ້າ​ອົກ​ເຂົ້າ​ໃຈລະຫວ່າງ 2 ຝ່າຍ, ສ້າງຄວາມ​ສະດວກ​​​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື.

ຂ່າວ/ບົດ​ອື່ນ