ຫວຽດນາມຮຽກຮ້ອງຊຸກຍູ້ການເຈລະຈາບັນດາບັນຫາສິດທິມະນຸດ
ພາບປະກອບ
|
(vovworld) – ວັນທີ 16/3, ທີ່ສຳນັກງານສະຫະປະຊາຊາດຢູ່ ເຊີແນວ, ປະເທດ ສະວິດ, ສະພາສິດທິມະນຸດ ສປຊ ໄດ້ໄຂສັບປະດາເຮັດວຽກທີ 3 ຂອງກອງປະຊຸມສາມັນຄັ້ງທີ 28 ດ້ວຍເລື່ອງຈັດຕັ້ງບັນດາການເຈລະຈາ ກ່ຽວກັບສະພາບສິດທິມະນຸດຢູ່ບາງປະເທດ. ທ່ານເອກອັກຄະລັດຖະທູດ ຫງວຽນຈຸງແທ່ງ, ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສປຊ, ໄດ້ມີບົດປາໄສກ່ຽວກັບສິດທິມະນຸດຢູ່ບາງແຫ່ງໃນໂລກ, ຮຽກຮ້ອງຊຸກຍູ້ການເຈລະຈາ ແລະ ການຮ່ວມມືແທດຈິງໃນຂົງເຂດຮັກສາສິດທິມະນຸດ. ທ່ານເອກອັກຄະລັດຖະທູດ ຫງວຽນຈຸງແທ່ງ ຢືນຢັນວ່າ ຫວຽດນາມ ສະໜັບສະໜູນບັນດາຝ່າຍທີ່ກ່ຽວຂ້ອງມານະພະຍາຍາມເຈລະຈາ ແລະ ຮ່ວມມືສ້າງສັນ ເພື່ອແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງ, ແທນທີ່ຫັນເປັນການເມືອງ, ກໍ່ຄວາມດັນບໍ່ເໝາະສົມກັບກົດໝາຍສາກົນ.
ສະພາສິດທິມະນຸດ ຈະສືບຕໍ່ປຶກສາຫາລືກ່ຽວກັບສະພາບສິດທິມະນຸດຢູ່ບາງແຫ່ງໃນໂລກ ແລະ ກ່ວາ 30 ບັນຫາຫວົເລື່ອງສະເພາະອື່ນໆໃນຂອບເຂດກອງປະຊຸມຄັ້ງທີ 28, ເຊິ່ງຈະອັດລົງໃນວັນທີ 27/3/2015.