ຫວຽດນາມຮຽກຮ້ອງປະຊາຄົມສາກົນມານະພະຍາຍາມກວ່າເພື່ອຊ່ວຍເຫຼືອບັນດາຄົນພິການ

(VOVWORLD) -ວັນທີ 13 ມິຖຸນາ, ຢູ່ສຳນັກງານສະຫະປະຊາຊາດ, ໄດ້ດຳເນີນກອງປະຊຸມຄັ້ງທີ 10 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາວ່າດ້ວຍສິດທິຄົນພິການ (CRPD) ດ້ວຍຫົວຂໍ້ວ່າ “ທົດສະວັດທີ 2 ສົນທິສັນຍາ CRPD: ການເຂົ້າຮ່ວມຢ່າງຮອບດ້ານ ແລະ ຄົບຖ້ວນຂອງຄົນພິການ ແລະ ບັນດາອົງການຜູ້ຕາງໜ້າຂອງຄົນພິການໃນການປະຕິບັດສົນທິສັນຍາ”.

ຫວຽດນາມຮຽກຮ້ອງປະຊາຄົມສາກົນມານະພະຍາຍາມກວ່າເພື່ອຊ່ວຍເຫຼືອບັນດາຄົນພິການ - ảnh 1 ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ

(ພາບ: TTXVN)

ກອງປະຊຸມໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນກວ່າ 500 ທ່ານທີ່ມາຈາກບັນດາປະເທດສະມາຊິກ ແລະ ຜູ້ຕາງໜ້າ, ຂອງອົງການຈັດຕັ້ງຂອງຄົນພິການ. ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ, ຫົວໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມເນັ້ນໜັກວ່າ, ຍາມໃດຫວຽດນາມ ກໍ່ໃຫ້ບຸລິມະສິດຊຸກຍູ້ການເຂົ້າຮ່ວມຢ່າງຄົບຖ້ວນ ແລະ ຮອບດ້ານຂອງຄົນພິການ, ໂດຍສະເພາະແມ່ນໃນການສ້າງບັນດາຍຸດທະສາດ, ນະໂຍບາຍ, ເອກະສານນິຕິກຳ ໂດຍມີການສົມທົບການຊຸກຍູ້ ແລະ ຮັບປະກັນສິດທິຄົນພິການ; ຄົນພິການຢູ່ຫວຽດນາມ ສາມາດຊົມໃຊ້ການບໍລິການໃຫ້ຄຳປຶກສາດ້ານກົດໝາຍໂດຍບໍ່ເສຍຄ່າເພື່ອປົກປ້ອງບັນດາສິດຜົນປະໂຫຍດຂອງຕົນໃຫ້ດີກວ່າ, ຄຽງຂ້າງນັ້ນ, ຫວຽດນາມ ກໍ່ສົ່ງເສີມ, ລະດົມບັນດາແຫຼ່ງກຳລັງສັງຄົມໃນການໜູນຊ່ວຍຄົນພິການ.

ຕອບກັບ

ຂ່າວ/ບົດ​ອື່ນ