ຫວຽດນາມຮຽກຮ້ອງໃຫ້ຈີນຍົກເລິກ ແຜນການສົ່ງນັກທ່ອງທ່ຽວໄປເຂດ ໝູ່ເກາະຮ່ວາງຊາ

ຫວຽດນາມຮຽກຮ້ອງໃຫ້ຈີນຍົກເລິກ ແຜນການສົ່ງນັກທ່ອງທ່ຽວໄປເຂດ ໝູ່ເກາະຮ່ວາງຊາ - ảnh 1

(ພາບປະກອບ)

(vovworld)- ​ຕໍ່ໜ້າ​ຂ່າວ​ໃນທາງ​ສື່​ມວນ​ຊົນ​ຈີນ ​ໂດຍ​ໃຫ້​ຮູ້​ວ່າ: ຈີນ ​ຈະ​ມີ​ແຜນການ​ຈັດ​ໃຫ້​ນັກ​ທ່ອງ​ທ່ຽວ​ໄປ​​​ເຂດ​ໝູ່​ເກາະ​ຮ່ວາງ​ຊາ, ​ວັນ​ທີ 12/4, ຜູ້​ຕາງ​ໜ້າຄະນະ​ກຳມະການ​ຊາຍ​ແດນ, ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຊີ້​ແຈງ​ວ່າ: “ຫວຽດນາມ ມີ​ອະທິປະ​ໄຕ​ທີ່​ບໍ່​ສາມາດ​ປະຕິ​ເສດໄດ້​ສຳລັບ​ເຂດ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ​ເລື່ອງ​ຈີນ ຈັກ​ການ​ສົ່ງ​ນັກ​ທ່ອງ​ທ່ຽວ​ໄປ​ເຂດ​ໝູ່​ເກາະ​ຮ່ວາງ​ຊາ​ ແມ່ນ​ໄດ້​ລະ​ເມີດ​ອະທິປະ​ໄຕ​ຂອງ​ຫວຽດນາມ ຢ່າງ​ໜັກໜ່ວງ, ​ໄປ​ຝືນ​ກັບ​ເນື້ອ​ໃນ​ຈິດ​ໃຈ​ຂອງຖະ​ແຫຼ​ງການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ຫວຽດນາມ ຮຽກຮ້ອງ​ໃຫ້​ຈີນ ຈົ່ງ​ປະລະ​ແຜນການ​ດັ່ງກ່າວ

   ວັນ​ທີ 12/4/2013, ຜູ້ຕາງໜ້າກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໄດ້​ມອບ​ຈົດໝາຍ​ທາງ​ການ​ໃຫ້​ແກ່​ຜູ້ຕາງໜ້າ​ສະຖານທູດ​ຈີນ ປະຈຳ​ຫວຽດນາມ ​ເພື່ອ​ຄັດຄ້ານ​​ແຜນ​ການ​ນີ້.

ຂ່າວ/ບົດ​ອື່ນ