(ທ່ານ ຟ້າມບິ່ງມິງ ພົບປະກັບທ່ານ A-ni-pha A-man)
(vovworld) – ວັນທີ 19/11, ຢູ່ ກົວລາລຳເປີ (ມາເລເຊຍ) , ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຫວຽດນາມ ມີການພົບປະ 2 ຝ່າຍກັບທ່ານ A-ni-pha A-man ລັດຖະມົນຕີວ່າການກະຊວງການຕ່າງປະເທດ ມາເລເຊຍ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 27 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ເຊິ່ງຈັດຕັ້ງຢູ່ ມາເລເຊຍ ໃນລະຫວ່າງວັນທີ 19 – 22/11/2015. ທີ່ການພົບປະ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານ A-ni-pha A-man ລັດຖະມົນຕີວ່າການກະຊວງການຕ່າງປະເທດ ມາເລເຊຍ ເຫັນດີເປັນເອກະສັນຕໍ່ບາງມາດຕະການ ເພື່ອແນໃສ່ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດໃນໄລຍະຈະມາເຖິງຢ່າງມີປະສິດທິຜົນ ໃນບັນດາຂົງເຂດຄື: ການເມືອງ, ເສດຖະກິດ, ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ແຮງງານ…2 ຝ່າຍ ແລກປ່ຽນກ່ຽວກັບເລື່ອງຊຸກຍູ້ການລົງນາມໃນບັນດາເອກະສານໂດຍໄວຄື: ໂຄງການດຳເນີນງານໄລຍະ 2015 – 2018, ສັນຍາພາຕົວ ແລະ ສັນຍາມອບຮັບຜູ້ຖືກຕັດສິນລົງໂທດຈຳຄຸກ, ບົດບັນທຶກຊ່ວຍຈຳ (MOU) ການຄ້າເຂົ້າສານຂັ້ນລັດຖະບານ; ພ້ອມທັງ ເຊື່ອມຕໍ່ການປະຊຸມຄະນະກຳມະການປະສົມກ່ຽວກັບເສດຖະກິດ, ວິທະຍາສາດ, ເຕັກນິກໃນປີ 2016, ເພີ່ມທະວີການສົ່ງເສີມ, ສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດ 2 ປະເທດເປີດກ້ວາງການລົງທຶນ, ດຳເນີນທຸລະກິດເຂົ້າໃນບັນດາຂົງເຂດ ເຊິ່ງ 2 ປະເທດມີຄວາມຮຽກຮ້ອງຕ້ອງການ.
ທີ່ກ່ຽວກັບບັນດາບັນຫາຢູ່ພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈ, 2 ຝ່າຍເຫັນດີເປັນເອກະພາບ, ໃນສະພາວະທີ່ ອາຊຽນ ພວມສ້າງຕັ້ງປະຊາຄົມ, ອາຊຽນ ຄວນສະແດງໃຫ້ເຫັນຄວາມສາມັກຄີ, ຄວາມຮັບຜິດຊອບ, ເປັນເຈົ້າການ, ເສີມຂະຫຍາຍບົດບາດເປັນໃຈກາງ ແລະ ສຽງເວົ້າລວມກ່ຽວກັບບັນຫາທະເລຕາເວັນອອກ, ພິເສດແມ່ນຄວາມມານະພະຍາຍາມປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ຢ່າງມີປະສິດທິຜົນ ແລະ ສຳເລັດປະມວນຂໍ້ກຳນົດການປະພຶດຢູ່ທະເລຕາເວັນອອກ (COC) ໂດຍໄວ, ຍູ້ແຮງບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ສະກັດກັ້ນການປະທະກັນຢູ່ທະເລຕາເວັນອອກ.