ຫວຽດນາມເຂົ້າຮ່ວມກອງປະຊຸມກ່ຽວຂ້ອງເຖິງການປ່ຽນແປງຂອງດິນຟ້າອາກາດໂລກປີ2013
ກອງປະຊຸມກ່ຽວຂ້ອງເຖິງການປ່ຽນແປງຂອງດິນຟ້າອາກາດໂລກປີ2013
photo:internet
|
(vovworld)- ທີ່ການປະຊຸມຂ່າວກ່ຽວກັບກອງປະຊຸມກ່ຽວຂ້ອງເຖິງການປ່ຽນແປງຂອງດິນຟ້າອາກາດໂລກປີ2013(COP 19)ຈັດຂຶ້ນໃນຕອນເຊົ້າວັນທີ 14/11 ຢູ່ ຮ່າໂນ້ຍ, ການນຳກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ: ຄະນະຜູ້ແທນຫວຽດນາມ ໂດຍທ່ານ ເຈີນຮົ່ງ, ຮອງລັດຖະມົນຕີກະຊວງດັ່ງກ່າວນຳຫນ້າໄດ້ເຂົ້າຮ່ວມກອງປະຊຸມ COP 19. ກອງປະຊຸມ COP 19 ຄັ້ງນີ້ໄດ້ປຶກສາຫາລືບັນດາບັນຫາທີ່ຍັງບໍ່ທັນໄດ້ຮັບການແກ້ໄຂໃນກອງປະຊຸມຄັ້ງກ່ອນນີ້, ໃນນັ້ນ ສຸມໃສ່ເຂົ້າໃນບັນດາຂໍ້ຕົກລົງສາກົນໃຫມ່ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດທົ່ວໂລກ, ບັນດາມາດຕະການການເງິນ, ເຕັກໂນໂລຊີ. ບັນດາປະເທດພັດທະນາຕ້ອງມີຄຳໝັ້ນສັນຍາກ່ຽວກັບເລື່ອງຈຳກັດປ່ອຍອາຍພິດເຮືອນແກ້ວເພື່ອເຮັດແນວໃດອຸນຫະພູມເພີ່ມຂຶ້ນສະເລ່ຍຂອງທົ່ວໂລກໃນທ້າຍສັດຕະວັດນີ້ ແມ່ນ 2 ອົງສາ C. ກ່ຽວກັບບັນດາການເຄື່ອນໄຫວຂອງຄະນະຜູ້ແທນຫວຽດນາມ ທີ່ກອງປະຊຸມດັ່ງກ່າວ, ທ່ານ ຫງວຽນວັນເຕ້ວ (Nguyen Van Tue), ຫົວຫນ້າກົມອຸຕຸນິຍົມ ອຸທົກກະສາດ ໃຫ້ຮູ້ວ່າ:
“ຄາດວ່າ ກະຊວງຊັບພະຍາກອນຍີ່ປຸ່ນ ຈະລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືສິ່ງແວດລ້ອມກັບ ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ. ຄະນະຜູ້ແທນຫວຽດນາມ ສົມທົບກັບ ຊູແອດ ຈັດຕັ້ງກອງປະຊຸມສຳມະນາຢູ່ນອກກອງປະຊຸມ COP 19 ກ່ຽວກັບເນື້ອໃນ“ຈາກການເຈລະຈາເຖິງການກະທຳລະອຽດ- ຊຸກຍູ້ການສົມທົບກັນຮັບມື ໃນສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ. ນອກນັ້ນ ຫວຽດນາມ ຈະເຂົ້າຮ່ວມບັນດາກອງປະຊຸມສຳມະນາອື່ນອີກ.”