ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ສສ ຫວຽດນາມ ຫງວຽນແທ່ງຈູງ ທີ່ກອງປະຊຸມ
(ພາບ: Tố Uyên/TTXVN)
|
(vovworld) – ໃນລະຫວ່າງວັນທີ 2 – 3/7, ທີ່ສຳນັກງານສະຫະປະຊາຊາດ, ຢູ່ເຊີແນວ, ປະເທດສະວິດ, ສະພາສິດທິມະນຸດ ສະຫະປະຊາຊາດ ໄດ້ດຳເນີນບັນດາວະລະປຶກສາຫາລືສຸດທ້າຍ, ຮັບຮອງເອົາມະຕິ 25 ສະບັບພ້ອມກັບຖະແຫຼງການຂອງປະທານສະພາສິດທິມະນຸດ ທີ່ກອງປະຊຸມສະໄໝສາມັນຄັ້ງທີ 29. ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ສສ ຫວຽດນາມ ຫງວຽນແທ່ງຈູງ, ເປັນຫົວໜ້າຄະນະຫວຽດນາມປະຈຳ ສປຊ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມວາລະປະຊຸມ. ບົນພື້ນຖານຄວາມສົນໃຈ ແລະ ຄຳໝັ້ນສັນຍາຂອງ ຫວຽດນາມ ສຳລັບການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ, ສືບຕໍ່ຜັນຂະຫຍາຍໝາກຜົນທີ່ບັນລຸໄດ້ໃນກ່ວາໜຶ່ງປີທີ່ເປັນສະມາຊິກຂອງ ສະພາສິດທິມະນຸດ, ຄະນະຜູ້ແທນ ຫວຽດນາມ ໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນບັນດາວາລະປຶກສາຫາລືປະຈຳປີ, ປຶກສາຫາລືຫົວເລື່ອງສະເພາະ ແລະ ໂອ້ລົມສົນທະນາກັບບັນດາກົນໄກ, ລະບຽບການລະອຽດຂອງ ສະພາສິດທິມະນຸດ, ພ້ອມທັງເປັນເຈົ້າການເຂົ້າຮ່ວມບັນດາວາລະເຈລະຈາບັນດາຮ່າງມະຕິ, ຖະແຫຼງການປະທານຂອງກອງປະຊຸມຄັ້ງທີ 29 ບົນຈິດໃຈຊຸກຍູ້ການປົກປ້ອງ ແລະ ເປີດກ້ວາງການໄດ້ຮັບບັນດາສິດຂອງພົນລະເມືອງ, ເຄົາລົບນັບຖືກົດບັດ ສປຊ, ເຊີດຊູກົດໝາຍ, ຄວາມຍຸຕິທຳສາກົນ ກໍ່ຄືບັນດາສິດສະເພາະກ່ຽວກັບເສດຖະກິດ, ມູນເຊື້ອວັດທະນະທຳ ແລະ ພັດທະນາຂອງແຕ່ລະປະເທດ, ພາກພື້ນ.