ມີຜູ້ແທນ 20 ຄົນເຂົ້າຮ່ວມກອງປະຊຸມ
(ພາບ:Việt Hải/Vietnam+)
|
(vovworld) - ກອງປະຊຸມບັນດານັກວິທະຍາສາດໜຸ່ມທົ່ວໂລກ (GYSS) ປະຈຳປີຄັ້ງທີ 3 ໄດ້ຈັດຕັ້ງຢູ່ສິງກະໂປ ໃນລະຫວ່າງວັນທີ 19-23/1. ດ້ວຍຫົວຂໍ້ວ່າ “ ຊຸກຍູ້ວິທະຍາສາດ, ສ້າງເຕັກໂນໂລຊີ ເພື່ອໂລກແຫ່ງໜຶ່ງທີ່ດີງາມກ່ວາ”, GYSS 2015 ດຶງດູດການເຂົ້າຮ່ວມຂອງນັກປາຖະກະຖາ 20 ຄົນ ນັ້ນແມ່ນບັນດານັກວິທະຍາສາດຊັ້ນນຳໂລກທີ່ເຄີຍໄດ້ຮັບລາງວັນ Nobel ແລະ ບັນດາລາງວັນສຳຄັນອື່ນໆໃນຫຼາຍຂົງເຂດ, ໃນນັ້ນມີ ສາດສະດາຈານຄະນິດສາດຫວຽດນາມ ໂງບາວເຈົາ. ນອກຈາກນັ້ນ, ຫວຽດນາມ ຍັງມີນັກວິທະຍາສາດຍິງ 3 ຄົນ ເຂົ້າຮ່ວມ GYSS ໃນປີນີ້.
ໜຶ່ງໃນບັນດາຈຸດໝາຍຂອງ GYSS ແມ່ນສ້າງເວທີປາໄສໃຫ້ຜູ້ແທນເຂົ້າຮ່ວມມີໂອກາດສະເໜີບັນດາແນວຄວາມຄິດການຄົ້ນຄ້ວາ ແລະ ມາດຕະການຂອງຕົນ ເພື່ອແກ້ໄຂສິ່ງທ້າທາຍຫຼາຍຢ່າງ ເຊິ່ງບັນດາຕົວເມືອງໃຫຍ່ໃນໂລກພວມປະເຊີນໜ້າ.