ຫວຽດນາມເຂົ້າຮ່ວມກອງປະຊຸມປ້ອງກັນຄວາມສະຫງົບສາກົນມົດສກູຄັ້ງທີ 4
ທ່ານພົນຕີ ຫວໍວັນຕ໋ວນ ຮອງຫົວໜ້າເສນາທິການໃຫຍ່
ກອງທັບປະຊາຊົນຫວຽດນາມ
(ພາບ: Lâm Khánh/TTXVN)
(vovworld) - ກອງປະຊຸມປ້ອງກັນຄວາມສະຫງົບສາກົນ ມົດສກູ ຄັ້ງທີ 4 ໄດ້ດຳເນີນໃນລະຫວ່າງວັນທີ 16-17/4 ຢູ່ ມົດສກູ, ໂດຍກະຊວງປ້ອງກັນປະເທດລັດເຊຍ ຈັດຕັ້ງ, ໄດ້ດຶງດູດການເຂົ້າຮ່ວມຂອງການນຳການທະຫານ ແລະ ການປ້ອງກັນຊາດທີ່ມາຈາກກ່ວາ 70 ປະເທດ ແລະ 6 ອົງການສາກົນ. ຄະນະຜູ້ແທນຫວຽດນາມ ໂດຍທ່ານຮອງຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ ພົນຕີ ຫວໍວັນຕ໋ວນ ນຳໜ້າເຂົ້າຮ່ວມກອງປະຊຸມ ແລະ ມີບົດປະກອບຄວາມເຫັນໃນວາລະປຶກສາຫາລືຢູ່ໜ່ວຍງານ.
ຫົວຂໍ້ຢູ່ກອງປະຊຸມຄັ້ງນີ້ ແມ່ນບັນຫາການປ້ອງກັນຄວາມສະຫງົບທົ່ວໂລກ. ຫວົຂໍ້ນີ້ໄດ້ດຶງດູດຄວາມສົນໃຈພິເສດຈາກຫາງສຽງສາກົນ ກໍ່ຄືປະເທດເຈົ້າພາບ ເຊິ່ງສະແດງຜ່ານເລື່ອງບັນດາການນຳຊັ້ນນຳຂອງລັດເຊຍ ໄດ້ອ່ານບົດປະກອບຄວາມເຫັນທີ່ກອງປະຊຸມ.
ແລະກໍ່ໃນຕອນບ່າຍວັນດຽວກັນ, ບັນດາຜູ້ແທນສຸມໃສ່ປຶກສາຫາລື 2 ຫົວຂໍ້ໃຫຍ່ ເຊິ່ງລວມມີ: ແງ່ຫວັງການຮ່ວມມືປ້ອງກັນຊາດ ລະຫວ່າງບັນດາປະເທດໃນການຕໍ່ສູ້ຕ້ານລັດທິກໍ່ການຮ້າຍ, ສະພາບການ Afghanistan ພາຍຫຼັງບັນດາກຳລັງຮັກສາສັນຕິພາບສາກົນຖອນອອກຈາກປະເທດນີ້, ກໍ່ຄືບັນດາມາດຕະການຕ້ານຄືນໄພນາບຄູ່ທີ່ເປັນອັນຕະລາຍທີ່ສຸດ ແມ່ນ ລັດອິດສະລາມ (IS) ອ້າງຊື່ເອງ; ຫົວຂໍ້ປຶກສາຫາລືທີສອງເຕື້ອງເຖິງບົດບາດຂອງບັນດາເຄື່ອງມືດ້ານການເມືອງ-ການທະຫານໃນການຮັບປະກັນຄວາມສະຫງົບປອດໄພໃນພາກພື້ນ ແລະ ທົ່ວໂລກ. ທ່ານຮອງຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ, ພົນຕີ, ຫົວໜ້າຄະນະຜູ້ແທນຫວຽດນາມ ຫວໍວັນຕ໋ວນ ຢືນຢັນວ່າ: ຫຼັກໝັ້ນຂອງ ຫວຽດນາມ ສະໜັບສະໜູນການເປີດກ້ວາງ ແລະ ຍົກສູງບົດບາດຂອງສະຫະປະຊາຊາດ, ບັນດາກົນໄກປ້ອງກັນຄວາມສະຫງົບຫຼາຍຝ່າຍ, ໃນນັ້ນຮັບປະກັນຄວາມສະຫງົບປອດໄພ, ສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ.