ຫວຽດນາມເຂົ້າຮ່ວມກອງປະຊຸມລັດຖະມົນຕີວ່າການກະຊວງກະສິກຳສາກົນຄັ້ງທີ7ຢູ່ເຢຍລະມັນ
ທ່ານລັດຖະມົນຕີວ່າການກະຊວງກະສິກຳ ແລະ ພັດທະນາຊົນນະບົດ ກາວດຶກຟາດ ເຂົ້າຮ່ວມກອງປະຊຸມ (ຜູ້ທີ 2 ເບື້ອງຊ້າຍ)
(ພາບ: Mạnh Hùng/TTXVN)
|
(vovworld) – ວັນທີ 17/1, ກອງປະຊຸມລັດຖະມົນຕີວ່າການກະຊວງກະສິກຳສາກົນຄັ້ງທີ 7 ໄດ້ດຳເນີນໄປຢູ່ ແບກແລງ, ປະເທດ ເຢຍລະມັນ, ໂດຍມີການເຂົ້າຮ່ວມຂອງຜູ້ແທນທີ່ມາຈາກກ່ວາ 70 ປະເທດ, ພ້ອມກັບຜູ້ຕາງໜ້າອົງການອາຫານ ແລະ ກະເສດສະຫະປະຊາຊາດ (FAO) ແລະ ທະນາຄານໂລກ (WB). ຄະນະຜູ້ແທນ ຫວຽດນາມ ໂດຍທ່ານລັດຖະມົນຕີວ່າການກະຊວງກະສິກຳ ແລະ ພັດທະນາຊົນນະບົດ ກາວດຶກຟາດ ນຳໜ້າເຂົ້າຮ່ວມກອງປະຊຸມ.
ທີ່ກອງປະຊຸມ, ບັນດາລັດຖະມົນຕີວ່າການໄດ້ອອກຖະແຫຼງການຮ່ວມຮຽກຮ້ອງໃຫ້ສ້າງຕັ້ງຂອບເຂດການເມືອງແໜ້ນແຟ້ນໃຫ້ແກ່ພື້ນຖານເສດຖະກິດຊີວະພາບແບບຍືນຍົງ, ຮ່ວມແຮງຮ່ວມໃຈຕ້ານຄວາມອຶດຫິວ, ທຸກຍາກ, ສະພາບການຂາດທາດບຳລຸງ. ບັນດາລັດຖະມົນຕີວ່າການເໜັ້ນໜັກວ່າ: ບັນດາຝ່າຍເຂົ້າຮ່ວມຕ້ອງສ້າງຕັ້ງຂອບເຂດໃຫ້ແກ່ພື້ນຖານກະສິກຳເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການນັບມື້ນັບສູງກ່ຽວກັບອາຫານກໍ່ຄືແຫຼ່ງວັດຖຸດິບຜະລິດຄືນໃໝ່.
ກ່ອນໜ້ານັ້ນ, ທີ່ເວທີປາໄສທົ່ວໂລກກ່ຽວກັບອາຫານ ແລະ ກະສິກຳ (GFFA) ດຳເນີນໄປຢູ່ສູນຕະຫຼາດນັດ ແບກແລງ. ຕາມທ່ານລັດຖະມົນຕີວ່າການ ກາວດຶກຟາດ ແລ້ວ, ເວທີປາໄສ GFFA ເນັ້ນໜັກອີກເທື່ອໜຶ່ງເຖິງບົດບາດພັດທະນາກະສິກຳເພື່ອຮັບປະກັນກ່ຽວກັບອາຫານ, ທັນຍາຫານໃຫ້ແກ່ປະຊາຊົນໃນທົ່ວໂລກ.