ຫວຽດນາມເຂົ້າຮ່ວມກອງປະຊຸມເຊື່ອມຕໍ່ເສດຖະກິດເຂດຕາເວັນອອກສ່ຽງເໜືອຂອງອິນເດຍກັບອາຊຽນ
ພາບປະກອບ
|
(vovworld) – ໃນລະຫວ່າງວັນທີ 7 – 9/4, ກອງປະຊຸມເຊື່ອມຕໍ່ເສດຖະກິດເຂດຕາເວັນອອກສ່ຽງເໜືອຂອງອິນເດຍ ແລະ ອາຊຽນ ຄັ້ງທຳອິດ ໄດ້ຮັບການຈັດຕັ້ງຢູ່ Imphal, ເມືອງເອກລັດ Manipur, ນອນໃນເຂດຕາເວັນອອກສ່ຽງເໜືອ ອິນເດຍ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ໂຕນຊີງແທ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນເດຍ ໄດ້ຢັ້ງຢືນວ່າ: ຫວຽດນາມ ຊົມເຊີຍ ແລະ ຍາມໃດກໍ່ສະໜັບສະໜູນນະໂຍບາຍການກະທຳມຸ່ງໄປສູ່ທິດຕາເວັນອອກຂອງ ອິນເດຍ. ທ່ານ ໂຕນຊີງແທ່ງ ເນັ້ນໜັກເຖິງຄວາມຈຳເປັນຕ້ອງຍູ້ແຮງເລື່ອງຜັນຂະຫຍາຍບັນດາໂຄງການເຊື່ອມຕໍ່ທາງບົກ, ທາງລົດໄຟ, ທາງທະເລ ແລະ ທາງອາກາດລະຫວ່າງເຂດຕາເວັນອອກສ່ຽງເໜືອ ອິນເດຍ ກັບບັນດາປະເທດ ອາຊຽນ ກໍ່ຄືສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການແລກປ່ຽນການຄ້າຢູ່ບັນດາດ່ານຊາຍແດນຢູ່ເຂດຕາເວັນອອກສ່ຽງເໜືອ ກັບບັນດາປະເທດອ້ອມຂ້າງ. ທ່ານເອກອັກຄະລັດຖະທູດ ໂຕນຊີງແທ່ງ ເຊື່ອໝັ້ນວ່າ: ຖ້າຫາກມີນະໂຍບາຍບຸລິມະສິດທີ່ດຶງດູດຕື່ມອີກ, ເຂດຕາເວັນອອກສ່ຽງເໜືອ ອິນເດຍ ຈະດຶງດູດການລົງທຶນ ບໍ່ພຽງແຕ່ຂອງບັນດາວິສາຫະກິດ ອິນເດຍ ເທົ່ານັ້ນ ຫາກຍັງບັນດາວິສາຫະກິດ ອາຊຽນອີກດ້ວຍ, ນັບທັງ ຫວຽດນາມ.