ຫວຽດນາມເຂົ້າຮ່ວມກອງປະຊຸມ ກ່ຽວກັບບັນດາປະຊາຄົມຊາວ ຕ່າງດ້າວຢູ່ຕ່າງປະເທດຢູ່ຝະລັ່ງ

ຫວຽດນາມເຂົ້າຮ່ວມກອງປະຊຸມ ກ່ຽວກັບບັນດາປະຊາຄົມຊາວ ຕ່າງດ້າວຢູ່ຕ່າງປະເທດຢູ່ຝະລັ່ງ - ảnh 1

ປະຊາ​ຄົມ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ລາວ

(ພາບປະກອບ:vietnamplus.vn)

(vovworld)-  ວັນ​ທີ 17/6, ​ຢູ່​ນະຄອນຫລວງ​ປາຣີ ປະ​ເທດ​ຝະລັ່ງ ​ໄດ້​ຈັດ​ກອງ​ປະຊຸມ​ຂັ້ນລັດຖະມົນຕີ​ກ່ຽວ​ກັບ​ປະຊາ​ຄົມ​ຊາວ​ຕ່າງ​ດ້າວ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ 33 ຄະນະ​ຜູ້​ແທນ​ຕ່າງປະ​ເທດ, ​ໃນ​ນັ້ນມີ​ຫວຽດນາມ ​ແລະ ​ຜູ້ຕາງໜ້າອົງການ​ຈັດຕັ້ງສາກົນ​ຈຳນວນ​ໜຶ່ງ. ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ເຂົ້າຮ່ວມ​ກອງ​ປະຊຸມ​ໄດ້​ແລກປ່ຽນ​ບົດຮຽນ ​ແລະ ຂໍ້​ມູນ​ຂ່າວສານ​ຕົວ​ຈິງ​ຂອງ​ແຕ່ລະ​ປະ​ເທດ​ໃນ​ການ​ນຳ​ໃຊ້​ບັນດາ​ນະ​ໂຍບາຍ​ກ່ຽວຂ້ອງ​ເຖິງວົງ​ຄະນາ​ຍາດ​ຊຸມ​ຊົນ​ຢູ່​ຕ່າງປະ​ເທດ ​ແລະ ການ​ປະກອບສ່ວນ​ຂອງ​ເຂົາ​ເຈົ້າຢູ່​ປະ​ເທດ​ທີ່​ຕົນ​ຢູ່​ອາ​ໄສ ກໍ່​ຄື​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ຕົນ ​ແລະ ການ​ພົວພັນ​ຂອງ​ປະຊາ​ຄົມ​ນີ້​ກັບ​ລັດ​ຂອງ​ແຕ່ລະ​ປະ​ເທດ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ເຢືອງຈິ​ຢຸງ ​ເອກ​ອັກຄະ​ລັດຖະທູດ​ຫວຽ​ດນາມ ປະຈຳ​ຝະລັ່ງ ຊີ້​ແຈງ​ວ່າ: ຍາມ​ໃດ, ຫວຽດນາມ ກໍ່​ຕີ​ລາຄາ​ສູງ​ບົດບາດ​ຂອງ​ຊາວ​ຫວຽດນາມ ກ່ວາ 4,5 ລ້ານ​ຄົນ​ທີ່​ພວມອາ​ໄສ​ຢູ່​ກ່ວາ 100 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ​ໃນ​ໂລກ, ​ໃນ​ນັ້ນມີປະຊາ​ຄົມ​ຊາວ​ຫວຽດນາມ 300.000 ຄົນອາ​ໄສ​ຢູ່​ຝະລັ່ງ . ທ່ານເອກ​ອັກຄະ​ລັດຖະທູດ​ເຢືອງຈິ​ຢຸງ ​​ໃຫ້​ຮູ້​ວ່າ: ຍາມ​ໃດ, ລັດ​ຫວຽດນາມ ກໍ່​ໄດ້​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສຢູ່​ຕ່າງປະ​ເທດ ​ເຂົ້າຮ່ວມ​ໂດຍ​ກົງ​ເຂົ້າ​ໃນ​ບັນດາ​ເຫດການ​ການ​ເມືອງສຳຄັນ​ຂອງ​ປະ​ເທດ​ຊາດ. ນອກຈາກ​ນັ້ນ​ແລ້ວ, ປະຈຸ​ບັນ, ຫວຽດນາມ ຍັງມີ​ແຜນ​ນະ​ໂຍບາຍ​ສ້າງ​ບັນດາ​ນະ​ໂຍບາຍ​ດຶງດູດຊາວ​ຫວຽດນາມ ອາ​ໄສຢູ່​ຕ່າງປະ​ເທດລົງທຶນ, ດຳ​ເນີນ​ທຸລະ​ກິດ​ໃຫ້​ສົມບູນ​ແບບ, ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ຂອງຊາວ​ຫວຽດນາມ ອາ​ໄສຢູ່​ຕ່າງປະ​ເທດ ​ເຮັດ​ການບໍລິການ, ສ້າງ ​ແລະ ​ເປີດ​ກ້ວາງ​ລະບົບຈຳໜ່າຍ​ສິນຄ້າ​ຫວຽດນາມ, ບັນດາ​ການ​ພົວພັນ​ຮ່ວມ​ມື ​ແລະ ລົງທຶນ​ກັບ​ບັນດາ​ວິ​ສາ​ຫະກິດ, ອົງການ​ຈັດຕັ້ງ ​ແລະ ສ່ວນ​ບຸກຄົນຊາວ​ຕ່າງປະ​ເທດ.

ຂ່າວ/ບົດ​ອື່ນ