ຫວຽດນາມເຂົ້າຮ່ວມການຈັດຕັ້ງພິທີສະເຫຼີມສະຫຼອງວັນແຫ່ງຄວາມຜາສຸກສາກົນຢູ່ສະຫະປະຊາຊາດ
(ພາບປະກອບ)
(vovworld) - ວັນທີ 20/03, ຢູ່ສຳນັກງານສະຫະປະຊາຊາດ, ຫວຽດນາມ ສົມທົບກັບ Sao Tome ແລະ Principe (ປະເທດໝູ່ເກາະຢູ່ທາງພາກໃຕ້ມະຫາສະໝຸດອັດລັງ) ແລະ Palau (ປະເທດໝູ່ເກາະຢູ່ທາງທິດໃຕ້ມະຫາສະໝູດປາຊີຟິກ) ພ້ອມກັນຕັ້ງພິທີສະເຫຼີມ ສະຫຼອງວັນແຫ່ງຄວາມຜາສຸກສາກົນ. ປີ 2012, ບົນພື້ນຖານຂໍ້ລິເລິ່ມຂອງ Bhutan, ສະມັດຊາໃຫຍ່ສະຫະປະຊາຊາດໄດ້ຮັບຮອງເອົາມະຕິ A/RES/66/281 ທີ່ເລືອກເອົາວັນທີ 20/03 ປະຈຳປີແມ່ນວັນແຫ່ງຄວາມຜາສຸກສາກົນ ເພື່ອແນໃສ່ຍົກສູງຄວາມຜາສຸກນັ້ນ ແມ່ນຈຸດໝາຍ ແລະ ກຳລັງໜູນລວມຂອງມວນມະນຸດ ແລະ ຮຽກຮ້ອງໃຫ້ມີວິທີສຳຜັດຢ່າງກົມກຽວ, ມີຄວາມດຸ່ນດ່ຽງກ່ວາໃນການພັດທະນາເສດຖະກິດ ເພື່ອແນໃສ່ພັດທະນາແບບຍືນຍົງ, ລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ ແລະ ນຳຄວາມຜາສຸກມາໃຫ້ທຸກຄົນ.
ພິທີສະເຫຼີມສະຫຼອງປີນີ້ມີຫົວຂໍ້ວ່າ “ຄວາມຜາສຸກໃນໂຄງການດຳເນີນງານສປຊ 2030: ມຸ່ງໄປເຖິງວິໄສທັດພັດທະນາແບບຍືນຍົງໃໝ່ໃຫ້ມະນຸດ ແລະ ໜ່ວຍໂລກ” ກ່າວຄຳເຫັນທີ່ພິທີ, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ເນັ້ນໜັກວ່າ: ໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງ ແມ່ນກຳນົດທິດ ເພື່ອສ້າງໂລກໃຫ້ດີງາມ ແລະ ມີຄວາມຜາສຸກກ່ວາ, ເພື່ອໃຫ້ປະຊາຊົນທຸກຄົນໃນໂລກ ລ້ວນແຕ່ມີຊີວິດຢູ່ໃນສັນຕິພາບ, ຄວາມວັດທະນາຖາວອນ, ຄວາມສະເໝີພາບ ແລະ ມີຄວາມປອງດອງກັບທຳມະຊາດ. ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ຢືນຢັນວ່າ: ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ສູ້ຊົນເພື່ອ “ເອກະລາດ - ເສລີພາບ - ຄວາມຜາສຸກ ” ຫວຽດນາມ ໃຫ້ຄຳໝັ້ນສັນຍາຢ່າງແຮງໃນການປະຕິບັດສຳເລັດໂຄງການດຳເນີນງານ 2030 ແລະ ພວມຕັ້ງໜ້າຜັນຂະຫຍາຍຍຸດທະສາດແຫ່ງຊາດກ່ຽວກັບການພັດທະນາແບບຍືນຍົງ.