ຫວຽດນາມເຂົ້າຮ່ວມການຝືກຊ້ອມກ່ຽວກັບຮັບປະກັນຄວາມປອດໄພດ້ານສ່ືສານສາກົນ
ຫວຽດນາມເຂົ້າຮ່ວມການຝືກຊ້ອມກ່ຽວກັບ
ຮັບປະກັນຄວາມປອດໄພດ້ານສ່ືສານສາກົນ
(ພາບ: pcworld)
(vovworld) – ວັນທີ 28/10, ພາຍໃຕ້ການປະສານງານຂອງສູນກູ້ຊ່ວຍສຸກເສີນກອມພິວເຕີຫວຽດນາມ, ຫວຽດນາມ ໄດ້ເຂົ້າຮ່ວມການຝຶກຊ້ອມກ່ຽວກັບຄວາມປອດໄພດ້ານສື່ສານສາກົນຂະໜາດໃຫຍ່, ດ້ວຍການເຂົ້າຮ່ວມຂອງ 14 ປະເທດຄື: ອົດສະຕາລີ, ຍີ່ປຸ່ນ, ຈີນ, ອິນເດຍ, ລາວ, ມາເລເຊຍ… ບັນດາທິມເຂົ້າຮ່ວມໄດ້ສຸມໃສ່ເຂົ້າໃນການຮັບມືກັບການບຸກໂຈມຕີທາງເຄືອຂ່າຍອິນເຕີແນດ ໃນຕົວຈິງ ເພື່ອແນໃສ່ຍົກສູງທັກສະໃນການແກ້ໄຂບັນດາກໍລະນີທີ່ເກີດຂຶ້ນໃນສະພາບຕົວຈິງ ແລະ ທັກສະລະອຽດໃນການຜັນຂະຫຍາຍບັນດາວຽກງານສຳຫຼວດ, ໄຈ້ແຍກ, ແກ້ໄຂເຫດການຖືກຕິດໄວຣັດ. ຢູ່ຫວຽດນາມ ການຝຶກຊ້ອມດັ່ງກ່າວ ໄດ້ຮັບການຜັນຂະຫຍາຍຢູ່ພາກເໜືອ, ພາກກາງ ແລະ ພາກໃຕ້.