ທ່ານ ເຈີ່ນດັກເລີ້ຍ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງ
(ພາບ: Khanhlan)
(vovworld) – ການພົບປະສາກົນລະຫວ່າງບັນດາພັກກອມມູນິດ ແລະ ກຳມະກອນຄັ້ງທີ 17 (IMCWP - 17) ດ້ວຍຫົວຂໍ້ “ໜ້າທີ່ຂອງບັນດາພັກກອມມູນິດ ແລະ ກຳມະກອນ ເພີ່ມທະວີການຕໍ່ສູ້ຂອງຊົນຊັ້ນກຳມະກອນຕ້ານການກົດຂີ່ຂູດຮີດຂອງລັດທິທຶນນິຍົມ, ການດຳເນີນ ສົງຄາມຂອງພວກຈັກກະພັດ ແລະ ລັດທິຟາດຊິດ, ປົດປ່ອຍຊົນຊັ້ນ ແລະ ບັນດາປະຊາຊົນ, ເພື່ອສັງຄົມນິຍົມ” ໄດ້ຈັດຕັ້ງຢູ່ນະຄອນ Istanbul ປະເທດ ຕວກກີ ໃນລະຫວ່າງວັນທີ 30/10 ເຖິງວັນທີ 1/11/2015. ເຂົ້າຮ່ວມການພົບປະມີຜູ້ແທນ 100 ກ່ວາທ່ານ ທີ່ຕາງໜ້າໃຫ້ 58 ພັກມາຈາກ 48 ປະເທດໃນທົ່ວໂລກ. ຄະນະຜູ້ແທນ ພັກກອມມູນິດ ຫວຽດນາມ ໂດຍທ່ານ ເຈີ່ນດັກເລີ້ຍ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ເປັນຫົວໜ້າຄະນະ ໄດ້ເຂົ້າຮ່ວມ ແລະ ປະກອບສ່ວນຢ່າງຕັ້ງໜ້າຢູ່ບັນດາວາລະປະຊຸມ, ພົບປະກັບຄະນະຜູ້ແທນສາກົນຫລາຍຄະນະ.
ທີ່ການພົບປະ, ບັນດາຜູ້ແທນສຸມໃສ່ຕີລາຄາການຜັນແປທີ່ພົ້ນເດັ່ນຂອງສະພາບສາກົນ, ເນື້ອແທ້ຂອງບັນດາວິວັດທະນາການເສດຖະກິດ - ການເມືອງ - ສັງຄົມ ພວມເກີດຂຶ້ນພ້ອມກັບໄພປີນຂັ້ນໄດຂອງການປະທະກັນດ້ວຍອາວຸດ, ຄວາມເຄັ່ງຕຶງສັງຄົມຢູ່ບັນດາເຂດໃນໂລກ. ບັນດາຜູ້ແທນໄດ້ເຫັນດີເປັນເອກະສັນຮັບຮອງເອົາກົດລະບຽບຂອງກຸ່ມເຮັດວຽກ ເພື່ອແນໃສ່ເພີ່ມທະວີຄວາມເຫັນດີເຫັນພ້ອມ ແລະ ມີປະສິດທິຜົນການເຄື່ອນໄຫວສົມທົບກັນລະຫວ່າງບັນດາພັກກອມມູນິດ ແລະ ກຳມະກອນສາກົນໃນໄລຍະຈະມາເຖິງ.