ຫວຽດນາມເຂົ້າຮ່ວມການສົນທະນາກ່ຽວກັບເສດຖະກິດ, ສິ່ງທ້າທາຍຕໍ່ຄວາມໝັ້ນຄົງຢູ່ອາຊີ-ປາຊີຝິກ

ຫວຽດນາມເຂົ້າຮ່ວມການສົນທະນາກ່ຽວກັບເສດຖະກິດ, ສິ່ງທ້າທາຍຕໍ່ຄວາມໝັ້ນຄົງຢູ່ອາຊີ-ປາຊີຝິກ - ảnh 1
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ປະ​ຈຳ​ອີນ​ເດຍ ຕົນ​ຊິງ​ແທ່ງ


(vovworld)- ວັນ​ທີ 19/12, ຢູ່​ນິວ​ເດ​ລີ​ປະ​ເທດ​ອີນ​ເດຍ, ໄດ​້​ດຳ​ເນີນ​ການ​ໂອ້​ລົມ​ສົນ​ທະ​ນາ “ສະ​ຕະ​ວັດ​ອາ​ຊີ-ປາ​ຊີ​ຝິກ: ອີນ​ເດຍ ແລະ​ການ​ແຊກ​ແຊງ​ທີ່​ໃຫຍ່ກວ່າ”. ກ່າວ​ຄຳ​ເຫັນ​ທີ່​ການ​ໂອ້​ລົມ​ສົນ​ທະ​ນາ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ປະ​ຈຳ​ອີນ​ເດຍ ຕົນ​ຊິງ​ແທ່ງ ໃຫ້​ຮູ້​ວ່າ : ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ພິ​ເສດ​ແມ່ນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ແມ່ນ​ສ່ວນ​ໜຶ່ງທີ່ບໍ່​ອາດ​ຕັດ​ແຍກ​ອອກ​ຈາກ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງຢູ່​ພາກ​ພື້ນ​ມະ​ຫາ​ສະ​ໝຸດ​ອີນ​ເດຍ-ປາ​ຊີ​ຝິກ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ປະ​ຈຳ​ອີນ​ເດຍ ຕົນ​ຊິງ​ແທ່ງ ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ການ​ຜັນ​ແປ​ທີ່​ສັບ​ສົນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຂະ​ນະ​ທີ່​ຈີນ​ໄດ້​ໃຫ້​ກໍ່​ສ້າງ​ຖົມ​ດິນ​ເປັນ​ເກາະ​ດ້ວຍ​ຂອບ​ຂະ​ໜາດ​ໃຫຍ່​ຢ່າງບໍ່​ເຄີຍ​ມີ​ມາ​ກ່ອນ, ເຮັດ​ໃຫ້​ສະ​ພາບ​ການ​ຢູ່ ທະ​ເລ​ຕາ​ເວັນ​ອອກສັບ​ສົນ​ຂຶ້ນ​ຕື່ມ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ປະ​ຈຳ​ອີນ​ເດຍ ຕົນ​ຊິງ​ແທ່ງ ຮຽກ​ຮ້ອງ​ໃຫ້​ທຸກ​ຝ່າຍ​ຈົ່ງ​ປະ​ຕິ​ບັດ​ຕາມ​ສົນ​ທິ​ສັນ​ຍາ​ຂອງ ສ.ປ.ຊ ກ່ຽວ​ກັບ​ກົດ​ໝາຍ​ທະ​ເລ​ປີ 1982 ເພື່ອຮັບ​ປະ​ກັນ​ຄວາມ​ໝັ້​ນຄົງ, ປອດ​ໄພ ແລະ ສິດ​ເສ​ລີ​ໃນ​ການ​ເດີນ​ທະ​ເລ​ຢູ່ ທະ​ເລ​ຕາ​ເວັນ​ອອກ, ພ້ອມ​ກັນ​ນັ້ນ ກໍ​ຢືນ​ຢັນ​ວ່າ ຫວຽດ​ນາມ​ຈະ​ມາ​ນະ​ພະ​ຍາ​ຍາມ​ຢ່າງບໍ່​ຢຸດຢັ້ງ​ເພື່ອ​ສ້າງ​ເຂດ ທະ​ເລ​ຕາ​ເວັນ​ອອກ​ກາຍ​ເປັນ​ເຂດ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ຮ່ວມ​ມື​ເພື່ອ​ພັດ​ທະ​ນາ.
ຂ່າວ/ບົດ​ອື່ນ