ຫວຽດນາມເຂົ້າຮ່ວມການ ປະຊຸມຄັ້ງທີ 25 ສະພາ ສິດທິມະນຸດ ສປຊ
ວາລະປະຊຸມຄັ້ງໜຶ່ງຂອງສະພາສິດທິມະນຸດ ສປຊ
(ພາບ: AFP/TTXVN)
(vovworld)- ໃນການປະຊຸມຄັ້ງທີ 25 ສະພາສິດທິມະນຸດ ສປຊ ດຳເນີນໄປແຕ່ວັນທີ 3-28/3 ຢູ່ເຊີແນວ ປະເທດສະວິດ, ຫວຽດນາມ ມີບົດກ່າວຄຳເຫັນກ່ວາ 20 ບົດ ຊື່ງສະແດງໃຫ້ເຫັນທັດສະນະແຫ່ງຊາດ ຫຼືຕາງໜ້າອາຊຽນໃນຖານະແມ່ນປະເທດປະສານງານຮ່ວມອາຊຽນ 2014.
ໃນການປະຊຸມຈັດຂຶ້ນເປັນເວລາ 4 ອາທິດ, ຫວຽດນາມ ໄດ້ເປັນເຈົ້າການເຂົ້າຮ່ວມ, ຕັ້ງໜ້າປະກອບສ່ວນເຂົ້າໃນວິວັດການປຶກສາຫາລື ແລະ ຮັບຮອງເອົາບັນດາມະຕິ, ຂໍ້ຕົກລົງໃນການປະຊຸມຄັ້ງນີ້, ສົມມົບກັບບັນດາສະມາຊິກໃນສະພາຢ່າງແໜ້ນແຟ້ນເພື່ອຊຸກຍູ້ການເພີ່ມທະວີການເຈລະຈາ.
ນອກຈາກນັ້ນ, ຫວຽດນາມ ໄດ້ເຂົ້າຮ່ວມການປົກປ້ອງຮ່ວມບັນດາຮ່າງມະຕິກ່ຽວກັບການປະຕິບັດບັນດາສິດດ້ານເສດຖະກິດ, ວັດທະນະທຳ, ສັງຄົມ, ກ່ຽວກັບການສຳພັດດ້ານກົດໝາຍຂອງເດັກ, ກ່ຽວກັບການຕ້ານການໃຊ້ຄວາມຮຸນແຮງຕໍ່ເດັກນ້ອຍ….
ໃນວັນທີ 27-28/9, ສະພາສິດທິມະນຸດ ສປຊ ໄດ້ດຳເນີນບັນດາວາລະປຶກສາຫາລືສຸດທ້າຍຂອງກອງປະຊຸມຄັ້ງທີ 25 ດ້ວຍການຮັບຮອງເອົາມະຕິກ່ວາ 30 ສະບັບ, ໃນນັ້ນ, ມີມະຕິກ່ຽວກັບການປະຕິບັດບັນດາສິດດ້ານເສດຖະກິດ, ວັດທະນະທຳ, ສັງຄົມ, ເພີ່ມທະວີການຮ່ວມມືສາກົນ, ສິເສລີໃນການປາກເວົ້າ, ສາສະໜາ, ລົບລ້າງການໃຊ້ຄວາມຮຸນແຮງຕໍ່ເດັກນ້ອຍ…./.