ຫວຽດນາມເຂົ້າຮ່ວມການ ແຂ່ງຂັນສີມືແຮງງານ ໂລກປີ 2013 ຢູ່ ສ.ເຢຍລະມັນ

ຫວຽດນາມເຂົ້າຮ່ວມການ ແຂ່ງຂັນສີມືແຮງງານ ໂລກປີ 2013 ຢູ່ ສ.ເຢຍລະມັນ - ảnh 1

(ພາບປະກອບ:tcdn.gov.vn)

(vovworld)-  ​ຕອນ​ບ່າ​ຍວັນ​ທີ 24/6, ຢູ່​ຮ່າ​ໂນ້ຍ, ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ​ໄດ້​ຈັດ​ພິທີ​ສົ່ງ​ຄະນະ​ຜູ້​ມີ​ສີມື​ຫວຽ​ດນາມ 13 ຄົນ​ໄປ​ເຂົ້າຮ່ວມການ​ແຂ່ງຂັນ​ສີມື​ແຮງ​ງານ​ໂລກ​ຄັ້ງທີ 42 ຊື່​ງດຳ​ເນີນ​ໄປ ຢູ່ ສ.​ເຢຍລະ​ມັນ ​ແຕ່​ວັນ​ທີ 26/6-8/7. ການ​ແຂ່ງຂັນ​ຄັ້ງນີ້ ຈັດຕັ້ງການ​ແຂ່ງຂັນ​ໃນ 46 ວິຊາ​ຊີບ ຂຶ້ນ​ກັບ 6 ຂົງ​ເຂດ ຂະ​ແໜງ​ການ​ຄື: ອຸດສາຫະກຳ​ກໍ່ສ້າງ, ປະດິດ​ສ້າງ​ສິລະ​ປະ ​ແລະ ​ອາພອນສະ​ໄໝ; ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ແລະ ສື່ສານ; ​ເຕັກ​ໂນ​ໂລ​ຊີ​ຜະລິດ​ກົນ​ຈັກ ​ແລະ ການ​ຜະລິດ; ການ​ບໍລິການ​ສ່ວນ​ບຸກຄົນ ​ແລະ ສັງຄົມ; Logistic ​ແລະ ຂົນ​ສົ່ງ. ຄະນະ​​ຫວຽດນາມ ​ເຂົ້າຮ່ວມ​ການ​ແຂ່ງຂັນ​​ໃນ 12 ວິຊາຄື: ​ແຕ່ງກິນ, ການ​ບໍລິການ​ພັດທະ​ຄານ, ​ເອ​ເລກ​ໂຕ​ນິກ, ຊ່າງ​ໄມ້; ທໍ່​ນ້ຳ, ກໍ່ສ້າງ, ອອກ​ແບບ​ເວັບ​ໄຊ, ມາດ​ຕະການ​ຊອບ​ແວ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ​ໄຟຟ້າ, ​ເຕັກ​ໂນ​ໂລ​ຊີ​ອາພອນ​ສະ​ໄໝ ​ແລະ ​ເອ​ເລກ​ໂຕ​ນິກ. ນີ້​ເປັນຄັ້ງທຳ​ອິດ​ທີ່​ຫວຽດນາມ ​ເຂົ້າຮ່ວມ​ການ​ແຂ່ງຂັນ​ສີມື​​ແຮງ​ງານ​ໂລກ. ຈຸດປະສົງ​ຂອງ​ຫວຽດນາມ ເມື່ອ​ເຂົ້າຮ່ວມ​ການ​ແຂ່ງຂັນຄັ້ງນີ້​ແມ່ນ​ຢາກ​ພົວ​ພັນ​ແລກປ່ຽນ, ຮ່ຳຮຽນ​​ເອົາ​ບົດຮຽນ, ຮັດ​ແໜ້ນ​ນ້ຳ​ໃຈ​ສາມັກຄີ, ມິດຕະພາບ, ຍົກ​ສູງ​ຄວາມ​ເຂົ້າອົກ​ເຂົ້າ​ໃຈ​ຊື່​ງກັນ ​ແລະ ກັນ​ລະຫວ່າງ​ບັນດາ​ປະ​ເທ​ດ​ເຂົ້າຮ່ວມ.

 

 

 

 

 

 

 

ຂ່າວ/ບົດ​ອື່ນ