ຫວຽດນາມເຂົ້າຮ່ວມງານຕະຫຼາດນັດສາກົນWorldFoodມົດສະກູປີ 2016
ທ່ານ ຮ່ວາງວັນຢື ຮອງຜູ້ອຳນວຍການສູນສົ່ງເສີມການຄ້າກະສິກຳ
ຫວຽດນາມ ຕອບສຳພາດຕໍ່ນັກຂ່າວ VOV
(vovworld) – 12 ວິສາຫະກິດ ຫວຽດນາມ ໄດ້ເຂົ້າຮ່ວມງານຕະຫຼາດນັດສາກົນ WorldFood ມົດສະກູ ປີ 2016, ເຊິ່ງແມ່ນເຫດການໃຫຍ່ສຳລັບຂະແໜງຜະລິດດຳເນີນທຸລະກິດສະບຽງອາຫານ ແລະ ເຄື່ອງດື່ມ, ທີ່ດຳເນີນໃນລະຫວ່າງວັນທີ 12-15/9, ຢູ່ສູນວາງສະແດງ Expocenter, ຢູ່ນະຄອນຫຼວງ ມົດສະກູ, ສະຫະພັນລັດເຊຍ. ດ້ວຍຫົວຂໍ້ວ່າ: “ຜະລິດຕະພັນກະເສດ, ສິນໃນນ້ຳ - ຜະລິດຕະພັນພິເສດ, ສະອາດ ແລະ ປອດໄພ“, ເຂດຮ້ານວາງສະແດງຂອງ ຫວຽດນາມ ດ້ວຍຜະລິດຕະພັນຫຼາຍຢ່າງທີ່ມີຄຸນນະພາບສູງເຊັ່ນ: ສິນໃນນ້ຳແຊເຢັນ, ເຄື່ອງກະປ່ອງ, ໝາກມ່ວງຫິມມະພານ, ເຂົ້າສານ, ເຂົ້າໜົມ, ຊາ ແລະ ເຄື່ອງດື່ມຈາກໝາກໄມ້. ທ່ານ ຮ່ວາງວັນຢື້, ຮອງຫົວໜ້າສູນສົ່ງເສີມການຄ້າກະສິກຳ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ໃຫ້ຮູ້ວ່າ, ຈຸດປະສົງຂອງການເຂົ້າຮ່ວມງານຕະຫຼາດນັດຄັ້ງນີ້ ແມ່ນຊ່ວຍວິສາຫະກິດ ຫວຽດນາມແນະນຳ, ໂຄສະນາ ແລະ ເປີດກວ້າງຕະຫຼາດຢູ່ລັດເຊຍ ແລະ ບັນດາປະເທດໃນພັນທະມິດເສດຖະກິດ ອາຊີ - ເອີລົບ, ຮັກສາການພົວພັນກັບລູກຄ້າ ແລະ ບັນດານັກນຳເຂົ້າ, ພັດທະນາສິນຄ້າສົ່ງອອກໃໝ່, ລົງນາມໃນສັນຍາສົ່ງອອກທີ່ມີມູນຄ່າ, ໂຄສະນາອາຫານ ຫວຽດນາມ ແລະ ບັນດາຜະລິດຕະພັນກະເສດ, ສິນໃນນຳ້, ອາຫານຈາກ ຫວຽດນາມຢ່າງກວ້າງຂວາງ.