ຫວຽດນາມເຂົ້າຮ່ວມງານ ຕະຫຼາດນັດສິນໃນນ້ຳ ອາເມລິກາເໜືອ
(ພາບ: dangcongsan.vn)
(vovworld)- ສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳຫວຽດນາມ (VASEP) ພ້ອມກັບ 18 ວິສາຫະກິດສິນໃນນ້ຳອັນດັບໜຶ່ງຂອງຫວຽດນາມ ພວມເຂົ້າຮ່ວມງານຕະຫຼາດນັດສິນໃນນ້ຳອາເມລິກາເໜືອ 2014 ຊື່ງຈັດຂຶ້ນຢູ່ນະຄອນ Boston ລັດ Massachusetts ປະເທດອາເມລິກາ. ງານຕະຫຼາດນັກແມ່ນໂອກາດເພື່ອໃຫ້ຂະແໜງສິນໃນນ້ຳຫວຽດນາມ ໂຄສະນາ, ແນະນຳບັນດາຜະລິດຕະພັນທີ່ມີຄຸນນະພາບ, ເພີ່ມທະວີການຮ່ວມມືດ້ານສິນໃນນ້ຳກັບບັນດາວິສາຫະກິດອາເມລິກາ ແລະ ປະເທດຕ່າງໆ, ສຳພັດ ແລະ ພັດທະນາຕະຫຼາດໃຫ້ແກ່ຂະແໜງສິນໃນນ້ຳຫວຽດນາມ. ໃນການເຮັດວຽກກັບບັນດາວິສາຫະກິດຫວຽດນາມ, ທ່ານຫງວຽນກວກເກື່ອງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ໄດ້ຢືນຢັນວ່າ: ການນຳລັດ ແລະ ລັດຖະບານຫວຽດນາມ, ການນຳບັນດາກະຊວງ, ຂະແໜງການພ້ອມກັບສະຖານທູດ ແລະ ອົງການຜູ້ຕາງໜ້າດ້ານການຄ້າຫວຽດນາມ ປະຈຳອາເມລິກາ ຍາມໃດກໍ່ຮຽງບ່າຮຽງໄລ່ກັບບັນດາວິສາຫະກິດ, ຂົນຂວາຍ, ຕໍ່ສູ້ກັບຝ່າຍອາເມລິກາ ເພື່ອປົກປ້ອງຜົນປະໂຫຍດອັນຊອບທຳຂອງບັນດາວິສາຫະກິດສົ່ງອອກສິນໃນນ້ຳຫວຽດນາມ, ກໍ່ຄືວຽກເຮັດງານທຳ ແລະ ຊີວິດຂອງຜູ້ລ້ຽງປູກສິນໃນນ້ຳພາຍໃນປະເທດນັບແສນຄົນ. ທ່ານເອກອັກຄະລັດຖະທູດສະເໜີໃຫ້ບັນດາວິສາຫະກິດຫວຽດນາມ ຈົ່ງເອົາໃນໃສ່ຍົກສູງຄຸນນະພາບຜະລິດຕະພັນ, ສາມັກຄີກັນ, ຮັກສາ ແລະ ພັດທະນາຕະຫຼາດ./.