ທ່ານ ເລຮ່ວາຍຈູງ ກ່າວຄຳເຫັນທີ່ວາລະເຈລະຈາ
(ພາບ: vietnam+)
(vovworld) - ວາລະເຈລະຈາຂັ້ນລັດຖະມົນຕີຢູ່ການເຈລະຈາ Delhi ຄັ້ງທີ 8 ດຳເນີນໃນຕອນບ່າຍວັນທີ 18/02 ຢູ່ໃຈກາງນະຄອນຫລວງ New Delhi ຂອງ ອິນເດຍ. ທ່ານ ເລຮ່ວາຍຈູງ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ນຳໜ້າຄະນະຜູ້ຕາງໜ້າ ຫວຽດນາມ ເຂົ້າຮ່ວມວາລະເຈລະຈາ ແລະ ມີບົດກ່າວປາໄສສຳຄັນທີ່ເຫດການດັ່ງກ່າວ. ທ່ານ ເລຮ່ວາຍຈູງ ຍົກອອກ 4 ຈຸດສຳຄັນ ເຊິ່ງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ອິນເດຍ ສາມາດຮ່ວມມື ເພື່ອເຊື່ອມໂຍງບັນດາລະບົບຄຸນຄ່າພາກພື້ນ ແລະ ບັນດາເຄືອຂ່າຍການຜະລິດກ່ວາອີກ. ທີໜຶ່ງ, ອິນເດຍ ແລະ ອາຊຽນ ຄວນມານະພະຍາຍາມກ່ວາອີກ ເພື່ອຍົກອອກບັນດາມາດຕະການລະອຽດ ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ດ້ານການຄ້າ, ການລົງທຶນ ແລະ ດຳເນີນທຸລະກິດ 2 ຝ່າຍ. ທີສອງ, ອິນເດຍ ແລະ ອາຊຽນ ຄວນກຳນົດບັນດາຂົງເຂດລະອຽດທີ່ມີທ່າໄດ້ປຽບ. ທີ່ສາມ, ດິນເດຍ ແລະ ອາຊຽນ ຄວນເພີ່ມທະວີການຮ່ວມສຳພັນດ້ານເສດຖະກິດ ໂດຍຜ່ານການສຸມໃສ່ເຂົ້າການເຊື່ອມຕໍ່ພາກພື້ນ, ພິເສດແມ່ນພື້ນຖານໂຄງລ່າງ ແລະ ບັນດາມາດຕະການຊຸກຍູ້ການຄ້າ ກໍ່ຄືການພົບປະແລກປ່ຽນປະຊາຊົນ. ທີສີ່ ແມ່ນຄວາມສຳຄັນນັບມື້ນັບເພີ່ມຂຶ້ນຂອງການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອິນເດຍ ໃນຊຸມປີຈະມາເຖິງ. ອິນເດຍ ແລະ ອາຊຽນ ຕ້ອງເພີ່ມທະວີການຮ່ວມມືດ້ານການເມືອງ ແລະ ຄວາມສະຫງົບປອດໄພກ່ວາອີກ ເພື່ອຮັບປະກັນສັນຕິພາບ, ສະຖຽນລະພາບ ແລະ ຄວາມສະຫງົບປອດໄພ ແນໃສ່ນຳມາເຊິ່ງຜົນສຳເລັດດ້ານເສດຖະກິດແບບຍືນຍົງ.