ຫວຽດນາມເຂົ້າຮ່ວມເວທີປາໄສກ່ຽວກັບກາລະໂອກາດແລະສິ່ງທ້າທາຍTPP ຢູ່ແມັກຊິໂກ
ເວທີປາໄສ “ເມັກຊິກໂກ ຕໍ່ບັນດາສິ່ງທ້າທາຍແກ່ງແຍ້ງ ກັບບັນດາຄູ່ຮ່ວມມືໃໝ່ ໃນສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP)”
(ພາບ: moit.gov.vn)
(vovworld)- ໃນວັນທີ 29/6, ທ່ານ ເລລິງລານ ເອກອັກຄະລັດຖະທູດຫວຽດນາມ ປະຈຳສະຫະພັນແມັກຊິໂກ ໄດ້ເຂົ້າຮ່ວມເວທີປາໄສ “ເມັກຊິກໂກ ຕໍ່ບັນດາສິ່ງທ້າທາຍແກ່ງແຍ້ງ ກັບບັນດາຄູ່ຮ່ວມມືໃໝ່ ໃນສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP)” ໂດຍສະພາວິສາຫະກິດການຄ້າຕ່າງປະເທດ, ລົງທຶນ ແລະ ເຕັກໂນໂລຢີ (COMCE) ປະເທດເຈົ້າພາບຈັດຕັ້ງ ຢູ່ສູນກອງປະຊຸມ Banamex ຂື້ນກັບນະຄອນຫຼວງເມັກຊິກໂກ. ກ່າວຄວາມເຫັນທີ່ເວທີປາໄສ, ທ່ານ ເລລິງລານ ເອກອັກຄະລັດຖະທູດ ຍົກອອກຈຸດສຳຄັນ ຂອງ TPP ສຳລັບຫວຽດນາມ ແລະ ເມັກຊິກໂກ, ສອງຊາດພ້ອມກັນເຂົ້າຮ່ວມ ແລະ ລົງນາມ, ເປັນຕົ້ນແມ່ນ ໃນພາບສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດມາເປັນເວລາກວ່າ 40 ປີແລ້ວ (19/5/1975-19/5/2016). ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ຢູ່ນອກພິທີເຊັນສັນຍາ TPP ໃນວັນທີ 4/2/2016 ຢູ່ ນີວຊີແລນ. ຜູ້ຕາງໜ້າຂອງສອງປະເທດ ຫວຽດນາມ ແລະ ເມັກຊິກໂກ ໄດ້ລົງນາມໃນຂໍ້ຕົກລົງ ສ້າງຕັ້ງກຳມະການປະສົມ ກ່ຽວກັບການຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ການລົງທຶນ. ເຫດການນີ້ແມ່ນພື້ນຖານ ໃນການຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ລະຫວ່າງ ສອງປະເທດ. ໃນການປຶກສາຫາລື, ທ່ານ ເລລິງລານ ເອກອັກຄະລັດຖະທູດ ຕອບຄຳຖາມຂອງວິສາຫະກິດປະເທດປະຈຳຖິ່ນ ກ່ຽວກັບພື້ນຖານເສດຖະກິດການຕະ ຫຼາດ ຢູ່ຫວຽດນາມ. ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ: ປັດຈຸບັນມີ 45 ປະເທດຮັບຮອງຫວຽດນາມ ມີພື້ນຖານເສດຖະກິດການຕະຫຼາດ. ທ່ານເລລິງລານ ເອກອັກຄະລັດຖະທູດ ຮຽກຮ້ອງໃຫ້ປະຊາຄົມວິສາຫະກິດ ເມັກຊິກໂກ ມາຫວຽດນາມ ເພື່ອສຳຫຼວດຕະຫຼາດ, ຊອກຫາບັນດາກາລະໂອກາດດຳເນີນທຸລະກິດ ແລະ ລົງທຶນ ກັບຫວຽດນາມ, ກະກຽມຕ້ອນຮັບ ເມື່ອ TPP ມີຜົນສັກສິດ.