ຫວຽດນາມເຂົ້າຮ່ວມ ລາຍການຊົ່ວໂມງ ໜ່ວຍໂລກປີ 2013

ຫວຽດນາມເຂົ້າຮ່ວມ ລາຍການຊົ່ວໂມງ ໜ່ວຍໂລກປີ 2013  - ảnh 1
(ພາບປະກອບ) 

Vovworld- ລາຍການ​ຊົ່ວ​ໂມງ​ໜ່ວຍ​ໂລກ​ປີ​ນີ້ ຄາດ​ວ່າ​ຈະ​ປະຢັດ​ພະລັງງານ​ໄຟຟ້າ​​ໄດ້​ປະມານ 700.000 kwh . ນີ້​ແມ່ນ​ຂ່າວ​ຄາວ​ທີ່​ການ​ປະຊຸມ​ຂ່າວ​ໂດ​ຍ ກະຊວງອຸດສາຫະກຳ​ການ​ຄ້າ ​ແລະ ກຸ່ມ​ບໍລິສັດ​ໄຟຟ້າ​ຫວຽດນາມ​ສົມທົບ​ກັນ​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 25/2 ຢູ່​ຮ່າ​ໂນ້ຍ. ລາຍການ​ຊົ່ວ​ໂມງ​ໜ່ວຍ​ໂລກ​ປີ 2013 ຈະ​ຖືກ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ​ໃນ​ວັນ​ທີ 23/3 ​ແຕ່​ເວລາ 20h30-21h30. ພ້ອມ​ກັບ​ບັນດາ​ເນື້ອໃນຕົ້ນຕໍຄື ສົ່ງເສີມປະຊາຊົນ, ວິສາຫະກິດ, ສຳນັກງານອົງການຕ່າງໆ ຈົ່ງມອດໄຟ ແລະເຄື່ອງພາຫະນະໃຊ້ໄຟຟ້າຕ່າງໆທີ່ບໍ່ຈຳເປັນ ໃນເວລາ 1 ຊົ່ວໂມງນັ້ນ, ລາຍການ​ຊົ່ວ​ໂມງ​ໜ່ວຍ​ໂລກ​ປີນີ້ຍັງມີການເຄື່ອນໄຫວຫຼາຍຢ່າງຄື ປຸກລະດົມ ການປະກວດຜະລິດ​ຮູບ​ເງົ່າ​ສັ້ນ, ການ​ເຄື່ອນ​ໄຫວ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການ​ຂີ່​ລົດຖີບ​ເພື່ອ​ຕອບ​ສະໜອງ ລາຍການ​ຊົ່ວ​ໂມງ​ໜ່ວຍ​ໂລກ​ປີນີ້. ທ່ານ​ຮອງ​ລັດຖະມົນຕີ​ ກະຊວງອຸດສາຫະກຳ​ການ​ຄ້າຫວຽດນາມ​ໃຫ້​ຮູ້​ວ່າ

  “ ຫວຽດນາມ​ແມ່ນ​ປະ​ເທດ​ນຳ​ໃຊ້​ພະລັງງານ​ໄຟຟ້າ​ຢ່າງ​ຫຼວງ​ຫຼາຍ. ລາຍການ​ຊົ່ວ​ໂມງ​ໜ່ວຍ​ໂລກ​ປີນີ້ ​ແມ່ນ​ເພື່ອ​ຍົກ​ສູງ​ສະຕິ​ຄວາມ​ຮັບ​ຮູ້​ຂອງ​ປະຊາຊົນ, ວິ​ສາ​ຫະກິດ.....ສະ​ເພາະໃນປີ 2011, ລາຍການ​ຊົ່ວ​ໂມງ​ໜ່ວຍ​ໂລກ​ ປະຢັດ​ພະລັງງານ​ໄຟຟ້າ​​ໄດ້​ປະມານ 400.000 kwh, ສ່ວນປີ 2012, ລາຍການ​ຊົ່ວ​ໂມງ​ໜ່ວຍ​ໂລກ​ປະຢັດ​ພະລັງງານ​ໄຟຟ້າ​​ໄດ້​ປະມານ 540.000 kwh. ລາຍການນີ້ ແມ່ນມີຄວາມໝາຍຢ່າງແທ້ຈິງ ” 

ຂ່າວ/ບົດ​ອື່ນ