ຫວຽດນາມເດັດດ່ຽວຄັດຄ້ານແລະປະຕິເສດຄຳສັ່ງຫ້າມຫາປາບໍ່ມີຄຸນຄ່າຢູ່ທະເລຕາເວັນອອກ

ຫວຽດນາມເດັດດ່ຽວຄັດຄ້ານແລະປະຕິເສດຄຳສັ່ງຫ້າມຫາປາບໍ່ມີຄຸນຄ່າຢູ່ທະເລຕາເວັນອອກ - ảnh 1
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຫາຍ​ບິງ
ພາບ:thanhnien.vn

(vovworld)-​ ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ເລື່ອງ​ຈີນ ແຈ້ງ​ເວ​ລາ, ຂອບ​ເຂດ ແລະ ມາດ​ຕະ​ການ​ປະ​ຕິ​ບັດ​ຢຸດ​ຕິ​ການຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ ແຕ່​ເວ​ລາ 12 ໂມງ ຂອງວັນ​ທີ 16/5/2016 ຮອດ 12 ໂມງ​ຂອງວັນ​ທີ 1/8/2016 ​ຊື່ງ​ໄດ້​​ອອກ​ໃນ​ຫນ້າ​ຂ່າວ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ນະ​ຄອນ ໄຮ່​ເຄືອ ແຂວງ ໄຮ່​ຫນານ ປະ​ເທດ​ຈີນ ແລະ ສື່​ເອ​ເລັກ​ໂຕ​ນິກ​ຈຳ​ນວນ​ຫນຶ່ງ​ຂອງ​ຈີນ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຫາຍ​ບິງ ຊີ້​ແຈ້ງ: ຫວຽດ​ນາມ ເດັດ​ດ່ຽວ​ຄັດ​ຄ້ານ ແລະ ປະ​ຕິ​ເສດ​ຂໍ້​ຕົກ​ລົງ​ທີ່ບໍ່​ມີ​ຄຸນ​ຄ່ານີ້. ຫວຽດ​ນາມ ມີ​ພະ​ຍານ​ຫລັກ​ຖານ​ດ້ານ​ນິ​ຕິ​ທຳ ແລະ ປະ​ຫວັດ​ສາດຢ່າງ​ຄົບ​ຖ້ວນເພື່ອຢັ້ງ​ຢືນອ​ະ​ທິ​ປະ​ໄຕ​ຂອງ​ຕົນ​ສຳ​ລັບ​ໝູ່​ເກາະ ຮ​ວ່າງ​ຊາ ກໍ​ຄື​ບັນ​ດາ​ສິດ​ອັນ​ຊອບ​ທຳ​ຂອງ​ຫວຽດ​ນາມ ສຳ​ລັບ​ບັນ​ດາ​ເຂດ​ທະ​ເລ​ຂອງ​ຕົນ​ທີ່​ໄດ້​ກຳ​ນົດ​ແມ່ນ​ສອດ​ຄ່ອງ​ກັບ​ບັນ​ດາ​ຂໍ້​ກຳ​ນົດ​ທີ່​ລະ​ບຸ​ໄວ້​ໃນ​ສົນ​ທິ​ສັນ​ຍາ​ຂອງ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ທະ​ເລ​ປີ 1982. ການ​ກະ​ທຳ​ນີ້​ຂອງຈີນ ໄດ້​ລະ​ເມີດ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ ຢ່າງ​ຮ້າຍ​ແຮງ ສຳ​ລັບ​ໝູ່​ເກາະ ຮ່​ວາງ​ຊາ, ລະ​ເມີດ​ບັນ​ດາ​ສິດ ແລະ ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ຫວຽດ​ນາມ ສຳ​ລັບ​ບັນ​ດາ​ເຂດ​ທະ​ເລ​ຂອງ​ຫວຽດ​ນາມ, ໄປ​ຝື​ນ​ກັບ​ເນື້ອ​ໃນ​ຈິດ​ໃຈຂອງ​ຄຳ​ຖະ​ແຫລງ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC).

ຕອບກັບ

ຂ່າວ/ບົດ​ອື່ນ