ຫວຽດນາມເປັນປະທານກອງປະຊຸມສະຫຼຸບຄະນະກຳມະການອາຊຽນຢູ່ນິວຢອກ

(VOVWORLD) -ບັນດາປະເທດໄດ້ສະແດງຄວາມຊົມເຊີຍຕໍ່ຫວຽດນາມ ທີ່ໄດ້ປະສົບຜົນສຳເລັດໃນການຮັບດຳລົງຕຳແໜ່ງປະທານຄະນະກຳມະການອາຊຽນ ຢູ່ນິວຢອກ
ຫວຽດນາມເປັນປະທານກອງປະຊຸມສະຫຼຸບຄະນະກຳມະການອາຊຽນຢູ່ນິວຢອກ - ảnh 1(ກອງປະຊຸມທາງອອນລາຍ ທົບທວນຄືນບັນດາການເຄື່ອນໄຫວຂອງຄະນະກຳມະການໃນທັງປີ)

ດ້ວຍບົດບາດເປັນປະທານອາຊຽນ ຢູ່ນິວຢອກ ປີ 2020, ວັນທີ 07 ທັນວາ, ຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຈັດກອງປະຊຸມທາງອອນລາຍ ເພື່ອແນໃສ່ທົບທວນຄືນບັນດາການເຄື່ອນໄຫວຂອງຄະນະກຳມະການໃນທັງປີ, ມອບຮັບບົດບາດປະທານຄະນະກຳມະການອາຊຽນ ຢູ່ນິວຢອກ ປີ 2021 ໃຫ້ແກ່ບຣູໄນ ແລະ ແລກປ່ຽນກ່ຽວກັບການກຳນົດທິດໃຫ້ບຸລິມະສິດເຊິ່ງບັນດາປະເທດອາຊຽນ ຈະຊຸກຍູ້ຢູ່ສະຫະປະຊາຊາດ ໃນໄລຍະຈະມາເຖິງ. ທີ່ກອງປະຊຸມ, ບັນດາປະເທດໄດ້ສະແດງຄວາມຊົມເຊີຍຕໍ່ຫວຽດນາມ ທີ່ໄດ້ປະສົບຜົນສຳເລັດໃນການຮັບດຳລົງຕຳແໜ່ງປະທານຄະນະກຳມະການອາຊຽນ ຢູ່ນິວຢອກ ແລະ ຖືວ່າ, ຫວຽດນາມ ໄດ້ມີການປະສານງານບັນດາການເຄື່ອນໄຫວຂອງອາຊຽນ ຢ່າງສຳເລັດຜົນໂດຍໄວ ຜ່ານບັນດາຂໍ້ສະເໜີຢ່າງມີຫົວຄິດປະດິດສ້າງ ແລະ ມີປະສິດທິຜົນ. ໃນປີ 2020, ບັນດາປະເທດໄດ້ຕີລາຄາຈິດໃຈຄວາມສາມັກຄີ ແລະ ການຮ່ວມມືອາຊຽນ ສືບຕໍ່ໄດ້ຮັດແໜ້ນຜ່ານການຊຸກຍູ້ຜົນສຳເລັດຂອງບັນດາການເຄື່ອນໄຫວຮ່ວມມື, ສະໜັບສະໜູນບັນດາຂໍ້ລິເລິ່ມ, ບັນດາສະມາຊິກອອກສະໝັກເລືອກຕັ້ງຂອງກັນຢູ່ອົງການສະຫະປະຊາຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ