ຫວຽດນາມເປັນເຈົ້າພາບຈັດຕັ້ງກອງປະຊຸມລັດຖະມົນຕີກະຊວງສະຫະກອນ ພາກພື້ນອາຊີ,ປາຊີຟີກ
ຫວຽດນາມເປັນເຈົ້າພາບຈັດຕັ້ງກອງປະຊຸມລັດຖະມົນຕີ
ກະຊວງສະຫະກອນ ພາກພື້ນ ອາຊີ - ປາຊີຟີກ
(ພາບ: ເຟືອງລຽນ)
(vovworld) - ທີ່ການປະຊຸມຂ່າວດຳເນີນໄປຕອນບ່າຍວັນທີ 19/7, ຢູ່ຮ່າໂນ້ຍ, ທ່ານ Balu Iyer, ຜູ້ອຳນວຍການໃຫຍ່ສະຫະພັນສະຫະກອນສາກົນພາກພື້ນ ອາຊີ, ປາຊີຟີກ, ໃຫ້ຮູວ່າ ກອງປະຊຸມລັດຖະມົນຕີກະຊວງສະຫະກອນ ພາກພື້ນອາຊີ, ປາຊີຟີກ ຈະດຳເນີນໄປ ໃນລະຫວ່ງວັນທີ 18 – 21/4/2017 ຢູ່ຮ່າໂນ້ຍ. ກອງປະຊຸມ ມີການເຂົ້າຮ່ວມ ຂອງຜູ້ແທນ 400 ກວ່າຄົນ ທີ່ມາຈາກ 60 ກວ່າປະເທດ ແລະ ບັນດາອົງການຈັດຕັ້ງສາກົນ. ຄາດຄະເນກອງປະຊຸມ ຈະອອກຖະແຫຼງການວິໄສທັດ ກ່ຽວກັບເສັດຖະກິດການຮ່ວມມື, ສະຫະກອນ ເຖິງປີ 2020 ດ້ວຍ ຫົວຂໍ້: “ເພີ່ມທະວີການຮ່ວມມືລະຫວ່າງບັນດາລັດຖະບານ ແລະ ພາກພື້ນສະຫະກອນຫຼາຍກວ່າອີກ”.