ຫວຽດນາມເປັນແບບຢ່າງສຳເລັດຜົນ,ແຕ່ຍັງຄົງປະສົບກັບບັນດາທ້າທ້າຍ

ຫວຽດນາມເປັນແບບຢ່າງສຳເລັດຜົນ,ແຕ່ຍັງຄົງປະສົບກັບບັນດາທ້າທ້າຍ - ảnh 1
ທ່ານ Sebastian Eckardt, ນັກ​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ​ຂັ້ນ​ສູງ
 ຂອງທະ​ນາ​ຄານ​ໂລກ (WB) ປະ​ຈຳ ຫວຽດ​ນາ​ມ
(ພາບ: laodong)


(vovworld) – ຫວຽດ​ນາມ​ເປັນ​ແບບ​ຢ່າງ​ສຳ​ເລັດຜົນ,ແຕ່​ຍັງ​ຄົງ​ປະ​ສົບ​ກັບ​ບັນ​ດາທ້າ​ທ້າຍ, ​ນີ້​ແມ່ນ​ການ​ຕີ​ລາ​ຄາ ຂອງ​ ທ່ານ Sebastian Eckardt, ນັກ​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ​ຂັ້ນ​ສູງ ຂອງທະ​ນາ​ຄານ​ໂລກ (WB) ປະ​ຈຳ ຫວຽດ​ນາ​ມ, ຍົກ​ອອກ​ມາໃນ​ກອງ​ປະ​ຊຸມ​ສຳ​ມະ​ນາ “ຄຸນ​ນະ​ພາບ​ການ​ເຕີບ​ໂຕ ແລະ ບົດ​ບາດ​ ຂອງ​ພາກ​ເອ​ກະ​ຊົນ​ຫວຽດ​ນາມ ໃນ​ຍຸດ​ທະ​ສາດ​ແຫ່ງ​ຊາດ” ດຳ​ເນີນ​ໃນ​ວັນ​ທີ 06/05, ຢູ່​ນະ​ຄອນ​ໂຮ່​ຈີ​ມີນ. ຕາມ​ການ​ວິ​ເຄາະ ຂອງ​ທ່ານ Sebastian Eckardt, ຫວຽດ​ນາມ​ ບັນ​ລຸ​ຜົນ​ສຳ​ເລັດ​ຕ່າງໆ ເຊັ່ນ: ການ​​ເຕີບ​ໂຕ ຂອງ GDP ສະ​ເລ່ຍ​ຕໍ່​ຫົວ​ຄົນ ບັນ​ລຸ 5,5% ແຕ່​ປີ 1990-2014; ອັດ​ຕາ​ຄວາມ​ທຸກ​ຍາກຫຼຸດ​ລົງ​ຢ່າງ​ແຮງ, ຄວາມບໍ່​ສະ​ເໝີ​ພາບ ເພີ່ມຂຶ້​ນຢູ່​ໃນ​ລະ​ດັບຈຳ​ກັດ. ຄຽງ​ຄູ່​ກັນ​ນັ້ນ, ຫວຽດ​ນາມ ກໍ່​ຍັງ​ມຸ່ງ​ໄປ​ເຖິງ ອະ​ນາ​ຄົດ​ ດ້ວຍ​ບັນ​ດາ​ຄວາມຄາດ​ຫວັງ ເຊັ່ນ ບັນ​ລຸ​​ລະ​ດັບ​ເຕີບ​ໂຕ GDP 6,5% ໃນ​ໄລ​ຍະ 2015-2020; ສືບ​ຕໍ່ຫຼຸດ​ຜ່ອນອັດ​ຕາ​ຄວາມ​ທຸກ​ຍາກ…

ນັກ​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ​ຂັ້ນ​ສູງ ຂອງ (WB) ປະ​ຈຳ ຫວຽດ​ນາມ ຖື​ວ່າ ເພື່ອ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ກວ່າ, ລັດ​ຖະ​ບານ​ຫວຽດ​ນາມ ຄວນ​ສຸມ​ໃສ່​ບັນ​ດາ​ກຳ​ນົດ​ທິດ​ການ​​ເຕີບ​ໂຕ​ແບບ​ຍຸ​ຕິ​ທຳ ແລະ ສ້າງວຽກ​ເຮັດ; ສຳ​ຜັດ ແລະ ສະ​ໜອງ​ການ​ບໍ​ລິ​ການ​ແບບ​​ຍຸ​ຕິ​ທຳ; ຄຸ້ມ​ຄອງສິ່ງ​ແວດ​ລ້ອມ ແລະ ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ແບບ​ຍືນ​ຍົງ. ໃນ​ນັ້ນ, ລັດ​ຖະ​ບານ​ ຫວຽດ​ນາມ ຈຳ​ເປັນ​ຕ້ອງ​ຊຸກ​ຍູ້​ ການກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ບັ​ນ​ດາ​ລະ​ບອບ​ລະ​ບຽບ​ການ​ຕະຫຼາດ ແລະ ການ​ບໍ​ລິ​ຫານ​ເສດ​ຖະ​ກິດ; ພ້ອມ​​ກັນ​ນັ້ນ, ມາ​ນະ​ພະ​ຍາ​ຍາມ​ສ້າງຄວາມ​ສາ​ມາດ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດີນ​ຟ້າ​ອາ​ກາດ, ຫັນ​ກະ​ສິ​ກຳ​ເປັນ​ທັນ​ສະ​ໄໝ.

ຂ່າວ/ບົດ​ອື່ນ