ຫວຽດນາມເພີ່ມທະວີການຮ່ວມມືກັບອາຟຣີກາໃຕ້ກ່ຽວກັບການອະນຸລັກຮັກສາສັດປ່າ
ຫວຽດນາມເພີ່ມທະວີການຮ່ວມມືກັບອາຟຣີກາໃຕ້ກ່ຽວກັບການ
ອະນຸລັກຮັກສາສັດປ່າ
(ພາບ: TTXVN)
|
(vovworld) – ວັນທີ 20/5, ຢູ່ນະຄອນຫຼວງ Pretoria, ປະເທດ ອາຟຣີກາໃຕ້, ຄະນະປະຕິບັດງານລະຫວ່າງຂະແໜງກ່ຽວກັບການອະນຸລັກຮັກສາສັດປ່າ ຫວຽດນາມ ມີການເຮັດວຽກກັບຜູ້ຕາງໜ້າກະຊວງສິ່ງແວດລ້ອມ ແລະ ບັນດາອົງການກ່ຽວຂ້ອງຂອງ ອາຟຣີກາໃຕ້ ເພື່ອແນໃສ່ຕີລາຄາໝາກຜົນແຫ່ງການຮ່ວມມືລະຫວ່າງ 2 ປະເທດໃນໄລຍະຜ່ານມາໃນຂົງເຂດອະນຸລັກຮັກສາຊີວະນາໆພັນ ແລະ ສັດປ່າທີ່ການເຮັດວຽກ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາຟຣີກາໃຕ້ ເລຮູຍຮ່ວາງ ເນັ້ນໜັກວ່າ: ລັດຖະບານ ຫວຽດນາມ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ອາຟຣີກາໃຕ້ ແລະ ບັນດາປະເທດອື່ນໆໃນການອະນຸລັກຮັກສາຊີວະນາໆພັນ, ໃນຂອບເຂດ 2 ຝ່າຍກໍ່ຄືໃນບັນດາເວທີປາໄສຫຼາຍຝ່າຍ, ເພື່ອແນໃສ່ແບ່ງປັນຂໍ້ມູນຂ່າວ, ສົມທົບກັນເຄື່ອນໄຫວ ແລະ ຮ່ວມມືຜັນຂະຫຍາຍບັນດາມາດຕະການແນໃສ່ສະກັດກັ້ນບັນດາການເຄື່ອນໄຫວຜິດກົດໝາຍໃນຂົງເຂດນີ້.
ສ່ວນທ່ານນາງ Skumsa Mancotywa, ຜູ້ຮັກສາການຫົວໜ້າກົມກ່ຽວກັບການອະນຸລັກຮັກສາຊີວະນາໆພັນຂຶ້ນກັບກະຊວງສິ່ງແວດລ້ອມ ອາຟຣີກາໃຕ້, ຕີລາຄາສູງການພົວພັນຮ່ວມມືຢ່າງມີປະສິດທິຜົນໃນຫຼາຍຂົງເຂດລະຫວ່າງ ອາຟຣີກາໃຕ້ ແລະ ຫວຽດນາມ, ໃນນັ້ນມີຂົງເຂດອະນຸລັກຮັກສາຊີວະນາໆພັນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ລັດຖະບານ 2 ປະເທດໄດ້ເຊັນບົດບັນທຶກຊ່ວຍຈຳ ແລະ ມ່ນການເຄື່ອນໄຫວ, ສ້າງພື້ນຖານໃຫ້ແກ່ການຮ່ວມມືເລິກເຊິ່ງ, ກ້ວາງຂວາງກ່ວາໃນຂົງເຂດນີ້.