ຫວຽດນາມເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດກັບ Senegal

ຫວຽດນາມເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດກັບ Senegal - ảnh 1
(ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກ​ານ​ຕ່າງ​ປະ​ເທດ ຫວູ​ຮົ່ງ​ນາມ
ພົບ​ປະ​ກັບ ​​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Senegal, Macky Sall)

(vovworld) - ໃນ​ລະ​ຫວ່າງວັນ​ທີ 13 – 15/04, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກ​ານ​ຕ່າງ​ປະ​ເທດ, ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ​່​ຕ່າງ​ປະ​ເທດ ຫວູ​ຮົ່ງ​ນາມ ໄດ້​ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢ​ູ່ Senegal ດ້ວຍ​ຖາ​​ນະ​ຕຳ​ແໜ່ງ​ເປັນ​ທູດ​ພິ​ເສດ​ຂອງ​ປະ​ທານ​ປະ​ເທດ ເພື່ອ​ສົ່ງ​ຄຳ​ເຊື້ອ​ເຊີນ​​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Senegal, Macky Sall ມາ​ຢ້ຽມ​ຢາມ​ຫວຽດ​ນາມ ຂອງ​ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ.  ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວູ​ຮົ່ງ​ນາມ ໄດ້​​ເຂົ້າ​ພົບ​ປະ​ກັບປະ​ທານ​າ​ທິດ​ບໍ​ດີ, ເຮັດ​ວຽກ​ກັ​ບ​ບັນ​ດາ​ລັດ​ຖະ​ມົນ​ຕີ​ບາງ​​ກະ​ຊວງ. ທີ່​ບັນ​ດາ​ການ​ພົບ​ປະ, Senegal ສ​ະ​ໜັບ​ສະ​ໜູນ​ຫວຽດ​ນາມ ​ອອກສະ​ໝັກ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກບໍ່​ປະ​ຈຳ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ (ອາ​ຍຸ​ການ 2020 - 2021) ແລະ ຮັບ​ຮອ​ງ​ຂໍ້​ສະ​ເໜີ​ສະ​ໜັບ​ສະ​ໜູນ​ຫວຽດ​ນາ​ມ​ ​ອອດສະ​ໝັກ​ເລືອກ​ຕັ້ງ​ເປັນ​ຜູ້​ອຳ​ນວຍ​ການ​ໃຫຍ່ UNESCO ໄລ​ຍະ 2017 – 2021. 2 ຝ່າຍ​ໄດ້​ເຫັນ​ດີ​ມາ​ນະ​ພະ​ຍາ​ຍາມ​ຫັນ​​ບັນ​ດາ​ປະ​ເພດ​ສິນ​ຄ້າ​​ແລກ​ປ່ຽນເປັນ​ຫຼາຍຮູບ​ຫຼາຍ​ແບບ​ໃນ​ໄລ​ຍະ​ຈະ​ມາ​ເຖິງ ເພື່ອ​ຟື້ນ​ຟູ​ວົງ​ການ​ການ​ຄ້າ 2 ສົ້ນ….


ຕອບກັບ

ຂ່າວ/ບົດ​ອື່ນ