ຫວຽດນາມເພີ່ມທະວີການໂຄສະນາຢູ່ງານຕະຫຼາດນັດທ່ອງທ່ຽວໃຫຍ່ກວ່າໝູ່ໃນໂລກ
ຫວຽດນາມເພີ່ມທະວີການໂຄສະນາຢູ່
ງານຕະຫຼາດນັດທ່ອງທ່ຽວໃຫຍ່ກວ່າໝູ່ໃນໂລກ
(ພາບ: TTXVN)
(vovworld) - ວັນທີ 08/03, ຢູ່ສູນງານຕະຫຼາດນັດວາງສະແດງ Messe ນະຄອນຫຼວງ Berlin, ງານຕະຫຼາດນັດທ່ອງທ່ຽວສາກົນ - ITB Berlin 2017 ຖືກໄຂຂຶ້ນຢ່າງເປັນທາງການເພື່ອຕ້ອນຮັບແຂກ. ດ້ວຍການເຂົ້າຮ່ວມຂອງ 10.000 ກວ່າອົງການຄຸ້ມຄອງລັດກ່ຽວກັບການທ່ອງທ່ຽວ, ວິສາຫະກິດທ່ອງທ່ຽວ, ໂຮງແຮມ ແລະ ເຂດພັກຜ່ອນບຳລຸງສຸຂະພາບ ທີ່ມາຈາກ 180 ປະເທດ ແລະ ເຂດແຄ້ວນ, ITB Berlin 2017 ແມ່ນເຫດການສຳຄັນທີ່ສຸດໃນປີຂອງຂະແໜງທ່ອງທ່ຽວໂລກ. ນີ້ແມ່ນກາລະໂອກາດເພື່ອໃຫ້ບັນດາວິສາຫະກິດສາກົນພົບປະ, ແບ່ງປັນບົດຮຽນ, ຮ່ວມມືດຳເນີນທຸລະກິດ, ທັງແມ່ນໂອກາດເພື່ອໃຫ້ນັກທ່ອງທ່ຽວຊອກຮູ້ ແລະ ຄັດເລືອກສະຖານທີ່ທ່ອງທ່ຽວ. ເຂົ້າຮ່ວມ ITB Berlin ຄັ້ງທີ 51, ຄະນະຜູ້ແທນຫວຽດນາມ ໂດຍທ່ານ ຮ່າວັນຊຽວ, ຮອງຫົວໜ້າກົມໃຫຍ່ທ່ອງທ່ຽວຫວຽດນາມ ນຳໜ້າ, ພ້ອມກັບພາກສ່ວນທີ່ມາຈາກກົມໃຫຍ່ທ່ອງທ່ຽວ, ສະຫະສະມາຄົມທ່ອງທ່ຽວຫວຽດນາມ ແລະ ວິສາຫະກິດທ່ອງທ່ຽວໃນທົ່ວປະເທດ 32 ແຫ່ງ.
ທີ່ ITB Berlin 2017, ຂະແໜງທ່ອງທ່ຽວຫວຽດນາມ ໄດ້ຈັດບັນດາການປະຊຸມຂ່າວ, ຕ້ອນຮັບ, ສະແດງສີລະປະ ເພື່ອແນໃສ່ໂຄສະນາບັນດາສະຖານທີ່ທ່ອງທ່ຽວ, ຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະ, ນະໂຍບາຍບຸລິມະສິດພັດທະນາການທ່ອງທ່ຽວ.