ຫວຽດນາມເພີ່ມທະວີຮ່ວມມືກັບUNDPແລະUNFPA
(ພາບປະກອບ)
(vovworld) - ໃນລະຫວ່າງວັນທີ 07 – 08/09, ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ຫງວຽນຈີ໋ຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມວາລະປະຊຸມຂອງສະພາບໍລິຫານໂຄງການພັດທະນາຂອງສະຫະປະຊາຊາດ (UNDP) ແລະ ຄະນະກຳມະການປະຊາກອນສະຫະປະຊາຊາດ (UNFPA) ທີ່ສຳນັກງານສະຫະປະຊາຊາດຢູ່ ນິວຢອກ (ອາເມລິກາ). ທີ່ວາລະປະຊຸມຂອງ UNDP ໃນວັນທີ 08/09, ທ່ານລັດຖະມົນຕີ ຫງວຽນຈີ໋ຢຸງ ມີບົດກ່າວປາໄສຢືນຢັນທັດສະນະສຳລັບເອກະສານໂຄງການແຫ່ງຊາດຮ່ວມມືລະຫວ່າງ ຫວຽດນາມ ແລະ UNDP ໄລຍະ 2017 – 2021. ຕາມທ່ານລັດຖະມົນຕີ ຫງວຽນຈີ໋ຢຸງ ແລ້ວໂຄງການຮ່ວມມືແຫ່ງຊາດໄລຍະ 2017 – 2021 ໄດ້ສ້າງບົນພື້ນຖານຄວາມເຫັນດີເປັນເອກະພາບສູງລະຫວ່າງລັດຖະບານ ຫວຽດນາມ ແລະ UNDP, ໃນນັ້ນ ສະແດງໃຫ້ເຫັນ ການປະສານຢ່າງເໝາະສົມກັນບັນດາເປົ້າໝາຍ, ໜ້າທີ່, ມາດຕະການໃນການພັດທະນາເສດຖະກິດ - ສັງຄົມໃນແຜນການ 5 ປີ 2016 – 2020 ຂອງ ຫວຽດນາມ.
ກ່ອນໜ້ານັ້ນ, ທີ່ວາລະປະຊຸມຂອງ UNFPA, ໃນວັນທີ 07/09 ທ່ານລັດຖະມົນຕີ ຫງວຽນຈີ໋ຢຸງ ກໍ່ຍົກອອກການຮ່ວມມື ແລະ ບັນດາການໜູນຊ່ວຍອັນລ້ຳຄ່າ ຊຶ່ງ UNFPA ສະຫງວນໃຫ້ປະເທດ ແລະ ປະຊາຊົນ ຫວຽດນາມ ໃນເກືອບ 40 ປີຜ່ານມາ ດ້ວຍໝາກຜົນພົ້ນເດັ່ນແມ່ນ UNFPA ໄດ້ຮ່ວມເດີນທາງພ້ອມກັບລັດຖະບານ ໃນການປະຕິບັດບັນດາຈຸດໝາຍ, ຕົວເລກຄາດໝາຍແຫ່ງຊາດກ່ຽວກັບປະຊາກອນ.