ຫວຽດນາມເພີ່ມລະດັບໃນຕາຕະລາງຈັດອັນດັບກ່ຽວກັບສະພາບແວດລ້ອມການຄ້າທົ່ວໂລກ

ຫວຽດນາມເພີ່ມລະດັບໃນຕາຕະລາງຈັດອັນດັບກ່ຽວກັບສະພາບແວດລ້ອມການຄ້າທົ່ວໂລກ - ảnh 1
ຫວຽດນາມເພີ່ມລະດັບໃນຕາຕະລາງຈັດອັນດັບ
ກ່ຽວກັບສະພາບແວດລ້ອມການຄ້າທົ່ວໂລກ
(ພາບ​ປະ​ກອບ)


(vovworld) - ​​​ເສ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ (WEF) ຫາ​ກໍ​ປະ​ກ​າດ​ບົດ​ລາຍ​ງານ​ຕີ​ລາ​ຄາ​ອາ​ຊຽນ ແມ່ນ​ຕະ​ຫຼາດ​ທີ່​ເປີດກວ້າງ​ໃຫ້​ການ​ຄ້າ​ສາ​ກົນ ຍິ່ງກວ່າ​ອາ​ເມ​ລິ​ກາ ແລະ ເອີ​ລົບ, ໃນ​ນັ້ນ​ຫວຽດ​ນາມ ມີ​ບາດ​ກ້າວ​ປັບ​ປຸງ​ກ່ຽວ​ກັບ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຫຼາ​ຍ​ພໍ​ສົມ​ຄວນ. ໃນ​ບົດ​ລາຍ​ງານ​ດ້ວຍ​ຫົວ​ຂໍ້​ວ່າ “ສະ​ພາບ​ແວ​ດ​ລ້ອມ​ການ​ຄ້າ​ທົ່ວ​ໂລກ 2016”, WEF ໄດ້​ຕີ​ລາ​ຄາ​ວ່າ, ໃນ​ຊຸມ​ປີ​ຜ່ານ​ມາ ສະ​ພາບ​ແວດ​ລ້ອມ​ດ້ານ​ການ​ຄ້າ​ຂອງ​ຫວຽດ​ນາມ ໄດ້​ຮັບ​ການ​ປັບ​ປຸງ​ຫຼາຍ​ພໍ​ສົມ​ຄວນ ແລະ ເພີ່ມ 14 ຂັ້ນ​ໃນ​ຕະ​ຕາ​ລາງ​ຈັດ​ອັນ​ດັບ “ຊຸກ​ຍູ້​ການ​ຄ້າ​ຂ້າມ​ຊາຍ​ແດນ 2016” ຂຶ້ນ​ເປັນອັນ​ດັບ​ທີ 37 ໃນ​ຈຳ​ນວນ 136 ພື້ນ​ຖານ​ເສດ​ຖະ​ກິດ​ທີ່​ໄດ້​ຮັບ​ການ​ຕີ​ລາ​ຄາ. ​ບັນ​ລຸຜົນ​ງານ​ດັ່ງ​ກ່າວ​ແມ່ນ​ຍ້ອນ​ບັນ​ດາ​ການ​ປັບ​ປຸງ​ໃນ​ຂ​ອດ​ການ​ຄຸ້ມ​ຄອງ​ຊາຍ​ແດນ, ​ປະ​ສິດ​ທິ​ຜົນ ​ດ້ານ​ພາ​ສີ​ເພີ່ມ​ຂຶ້ນ ແລະ ຫຼຸດ​ຜ່ອນ​ເວ​ລາ​ເຮັດ​ລະ​ບຽບ​ການ​ໃຫ້​ສິນ​ຄ້າ​ຂາ​ອອກ​ຂາ​ເຂົ້າ. ແຕ່​ວ່າ, WEF ກໍ​ຊີ້​ໃຫ້​ເຫັນ​ວ່າ, ຫວຽດ​ນາມ ຍັງ​ມີ​ໄລ​ຍະ​ທາງ​ທີ່​ຍາວນ​ານ​ເພື່ອ​ກ້າວ​ໄປ​ເຖິງ​ມາດ​ຖານ​ສາ​ກົນ. ຫວຽດ​ນາມ ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ ໄດ້​ປັບ​ປຸງ​ການ​ສຳ​ພັດ​ສິນ​ຄ້າ​ຕ່າງ​ປະ​ເທດ​ສຳ​ລັບ​ຕະ​ຫຼາດ​ພາຍ​ໃນ​ປະ​ເທດ. ຕາມ WEF ແລ້ວ, ​ຄວາມ​ສາ​ມາດແຊກ​ຊຶມ​ເຂົ້າ​ຕະ​ຫຼາດ​ຕ່າງ​ປະ​ເທດ​ຂອງ​ຫວຽດ​ນາມ ກໍ​ໄດ້​ຮັບ​ການ​ປັບ​ປຸງ ຍ້ອນ​​ອັດ​ຕາພາ​ສີ​ອາ​ກອນ​ຖືກ​ຫຼຸດ​ລົງ. ນອນນັ້ນ, ຫວຽດ​ນາມ ໄດ້​ມາ​ນະ​ພະ​ຍາ​ຍາມ​ໃນ​ຂົງ​ເຂດຊັບ​ສິນ​ທາງ​ປ​ັນ​ຍາ ແລະ ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງ​ບັນ​ດາ​ອົງ​ການ​ພາກ​ລັດ.

ຂ່າວ/ບົດ​ອື່ນ