ຫວຽດນາມແບ່ງປັນຄວາມເສົ້າສະຫຼົດໃຈຕໍ່ບັນດາຄອບຄົວຂອງຜູ້ປະສົບເຄາະຮ້າຍໃນການບຸກໂຈມຕີດ້ວຍລົດຢູ່ເຢຍລະມັນ
( ພາບປະກອບ/Reuters )
(vovworld) - ວັນທີ 20/12, ເມື່ອຕອບຄຳຖາມຂອງນັກຂ່າວທີ່ສະເໜີໃຫ້ຮູ້ປະຕິກິລິຍາຂອງ ຫວຽດນາມ ຕໍ່ການບຸກໂຈມຕີດ້ວຍລົດບັນທຸກຢູ່ ເຢຍລະມັນ ແລະ ການບຸກໂຈມຕີດ້ວຍປືນຢູ່ ສະວິດ ທີ່ພາໃຫ້ຫຼາຍຄົນເສຍຊີວິດ ແລະ ຮັບບາດເຈັບ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລຫາຍບິ່ງ ຊີ້ແຈ້ງວ່າ: “ຫວຽດນາມແບ່ງປັນຄວາມເສົ້າສະຫຼົດໃຈຕໍ່ບັນດາຄອບຄົວຂອງຜູ້ປະສົບເຄາະຮ້າຍ ແລະ ກ່າວປະນາມບັນດາການບຸກໂຈມຕີໃສ່ສາມັນຊົນ“.
ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບເລື່ອງມີພົນລະເມືອງ ຫວຽດນາມ ຖືກຜົນສະທ້ອນຈາກ ການບຸກໂຈມຕີດ້ວຍລົດບັນທຸກຢູ່ ເຢຍລະມັນຫຼືບໍ. ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລຫາຍບິ່ງ ໃຫ້ຮູ້ວ່າ: “ພາຍຫຼັງໄດ້ຮັບຂ່າວ, ສະຖານທູດ ຫວຽດນາມ ປະຈຳເຢຍລະມັນ ໄດ້ຮີບເຮັ່ງຕິດຕໍ່ພົວພັນກັບບັນດາອົງການກ່ຽວຂ້ອງຢູ່ປະເທດປະຈຳຖີ່ນ, ບັນດາສະມາຄົມຊາວ ຫວຽດນາມທີ່ພວມດຳລົງຊີວິດ, ຮຳ່ຮຽນ ແລະ ເຮັດວຽກຢູ່ ເຢຍລະມັນ ເພື່ອຊອກຮູ້ຂໍ້ມູນຂ່າວ. ມາຮອດປະຈຸບັນ, ບໍ່ທັນມີຂໍ້ມູນຂ່າວກ່ຽວກັບຊາວ ຫວຽດນາມ ຖືກຜົນສະທ້ອນຈາກເຫດບຸກໂຈມຕີດັ່ງກ່າວເທື່ອ“.