ຫວຽດນາມແບ່ງເບົາກັບຍີ່ປຸ່ນກ່ຽວກັບຄວາມເສຍຫາຍຍ້ອນເຫດແຜ່ນດິນໄຫວກໍ່ຂຶ້ນ
ທ່ານ ເລຫາຍບີ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ
(vovworld) – ກ່ຽວຂ້ອງເຖິງເຫດແຜ່ນດິນໄຫວຢູ່ ຍີ່ປຸ່ນ ໃນຊຸມວັນຜ່ານມາ, ວັນທີ 16/4/2016, ທ່ານ ເລຫາຍບີ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ: “ຫວຽດນາມ ແບ່ງເບົາບັນດາຜົນເສຍຫາຍອັນໃຫຍ່ຫຼວງກ່ຽວກັບມະນຸດ ແລະ ຊັບສິນເຊິ່ງລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ພວມປະສົບຍ້ອນເຫດແຜ່ນດິນໄຫວເກີດຂຶ້ນຢ່າງລຽນຕິດຫວ່າງແລ້ວນີ້. ຫວຽດນາມ ຂໍຝາກຄວາມເສົ້າສະຫຼົດໃຈເຖິງຄອບຄົວຜູ້ປະສົບເຄາະຮ້າຍ ແລະ ເຊື່ອໝັ້ນຢ່າງແນວແນ່ວ່າ, ດ້ວຍບັນດາຄວາມມານະພະຍາຍາມ, ເຈດຈຳນົງຂອງຕົນ, ລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ຈະຜ່ານຜ່າໄລຍະຫຍູ້ງຍາກນີ້ໂດຍໄວ ເພື່ອເຮັດໃຫ້ສະພາບເປັນປົກກະຕິ”. ກ່ຽວກັບບັນດາແຫຼ່ງຂ່າວກ່ຽວຂ້ອງເຖິງພົນລະເມືອງ ຫວຽດນາມ ທີ່ຖືກຜົນສະທ້ອນຈາກເຫດແຜ່ນດິນໄຫວ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລຫາຍບີ່ງ ຢັ້ງຢືນວ່າ: “ຕາມແຫຼ່ງຂ່າວຈາກສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳແຂວງ Fukuoka, ມາຮອດຈຸດເວລານີ້, ບໍ່ທັນມີຂ່າວກ່ຽວກັບຊາວ ຫວຽດນາມ ຜູ້ໃດປະສົມເຄາະຮ້າຍຈາກເຫດແຜ່ນດິນໄຫວ. ບັນດາອົງການຕາງໜ້າຂອງ ຫວຽດນາມ ປະຈຳ ຍີ່ປຸ່ນ ພວມສືບຕໍ່ມານະພະຍາຍາມສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການກ່ຽວຂ້ອງຂອງປະເທດປະຈຳຖິ່ນເພື່ອກຳແໜ້ນສະພາບການ, ສ້້າງວິທີການໜູນຊ່ວຍລະອຽດຖ້າຫາກມີພົນລະເມືອງ ຫວຽດນາມ ປະສົບເຄາະຮ້າຍ. ພ້ອມກັນນັ້ນ, ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຍີ່ປຸ່ນ ໄດ້ສ້າງໂທລະສັບສາຍດ່ວນ 3 ສາຍເພື່ອຮັບຂ່າວກ່ຽວກັບສະພາບການພົນລະເມືອງ ຫວຽດນາມ ເພື່ອມີການໜູນຊ່ວຍ, ຊ່ວຍເຫຼືອຢ່າງທັນການ.”