ຫວຽດນາມແບ່ງເບົາຄວາມໂສກເສົ້າເສຍຫາຍກັບອິນເດຍພາຍຫລັງເຫດບັ້ງໄຟດອກລະເບີດ
(ພາບປະກອບ)
(vovworld) - ໂດຍໄດ້ຮັບຂ່າວວ່າເຫດບັ້ງໄຟດອກລະເບີດຢ່າງຮ້າຍແຮງຢູ່ວິຫານແຫ່ງໜຶ່ງໃນລັດ Kerala ທາງພາກໃຕ້ ອິນເດຍ ເຮັດໃຫ້ຜູ້ເສຍຊີວິດ ແລະ ຮັບບາດເຈັບເປັນຈຳນວນຫລວງຫລາຍ, ວັນທີ 10/04 ທ່ານ ຟ້າມບີງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ໄດ້ສົ່ງສານແບ່ງເບົາຄວາມເສົ້າສະຫຼົດໃຈເຖິງທ່ານ Sushma Swaraj ລັດຖະມົນຕີວ່າການກະຊວງການຕ່າງປະເທດ ອິນເດຍ.
ແລະໃນວັນດຽວກັນ, ເມື່ອຕອບສຳພາດຕໍ່ນັກຂ່າວກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ເຫດບັ້ງໄຟດອກລະເບີດດັ່ງກ່າວ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ທ່ານ ເລຫາຍບີງ ໃຫ້ຮູ້ວ່າ: ຫວຽດນາມ ຮູ້ສຶກເສົ້າສະຫຼົດໃຈເມື່ອໄດ້ຮັບຂ່າວ ເຫດບັ້ງໄຟດອກລະເບີດໃນວັນທີ 10/04 ຢູ່ ອິນເດຍ ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຮັບບາດເຈັບເປັນຈຳນວນຫລວງຫລາຍ. ຫວຽດນາມ ຂໍແບ່ງເບົາຄວາມເສົ້າສະຫຼົດໃຈ ຄວາມເສຍຫາຍນີ້ ແລະ ປາດຖະໜາວ່າ: ລັດຖະບານ, ປະຊາຊົນ ອິນເດຍ ແລະ ຄອບຄົວບັນດາຜູ້ປະສົບເຄາະຮ້າຍຈະແກ້ໄຂຜົນຮ້າຍຢ້ອນຫລັງເຮັດໃຫ້ຊີວິດການເປັນຢູ່ເປັນປົກກະຕິໂດຍໄວ. ທ່ານ ເລຫາຍບີງ ກໍໃຫ້ຮູ້ວ່າ ປະຈຸບັນ ຍັງບໍ່ທັນມີຂ່າວກ່ຽວກັບຄວາມເສຍຫາຍສຳລັບຊາວ ຫວຽດນາມ ຢູ່ ອິນເດຍ ໃນເຫດການນີ້.