ຫວຽດນາມແມ່ນກຳລັງໜູນພັດທະນາຂອງອາຊຽນ
ພາບປະກອບ
(vovworld) – ວັນທີ 19/8, ໜັງສືພິມ ຄົມຈະລຶກ ຂອງ ໄທ ໄດ້ລົງພິມບົດຂຽນດ້ວຍຫົວຂໍ້ວ່າ “ຫວຽດນາມ ບື່ນຕົວຂຶ້ນອັນດັບໜຶ່ງໃນ ອາຊຽນ” ຂອງນັກຮຽນຮູ້ກະວີ ຈົງເຈບຕິຖາວອນ ເຊິ່ງແມ່ນນັກຮຽນຮູ້ຜູ້ດີເດັ່ນຂອງ ໄທ. ໃນບົດຂຽນນີ້, ທ່ານໄດ້ຕີລາຄາສູງການພັດທະນາຮອບດ້ານຂອງ ຫວຽດນາມ ໃນວິວັດທະນາການເຊື່ອມໂຍງເຂົ້າກັບປະຊາຄົມ ອາຊຽນ. ນັກຮຽນຮູ້ ກະວີ ຍອມຮັບວ່າ: “ປະຈຸບັນ, ຫວຽດນາມ ໄດ້ກາຍເປັນສະມາຊິກຫຼັກແຫຼ່ງຂອງ ອາຊຽນ ແລະ ຍັງແມ່ນກຳລັງໜູນຊຸກຍູ້ການພັດທະນາຂອງບັນດາປະເທດສະມາຊິກໃໝ່ຄື ລາວ, ກຳປູເຈຍ ແລະ ມຽນມາ. ຫວຽດນາມ ເຂົ້າໃຈໄດ້ວ່າ ເພື່ອເພີ່ມທະວີກຳລັງຄວາມສາມາດກ່ຽວກັບເສດຖະກິດ ຕ້ອງປະຕິຮູບຢ່າງແຮງ. ໃນໄລຍະຜ່ານມາ, ຫວຽດນາມ ໄດ້ຍົກອອກບັນດາລັດຖະນະໂຍບາຍ ກ່ຽວກັບບັນຫາດຳເນີນທຸລະກິດ, ການຄ້າ, ການລົງທຶນສາກົນ. ຕົວຢ່າງຄືການຊຸກຍູ້ການເຂົ້າຮ່ວມກົນໄກຄູ່ຮ່ວມມືເສດຖະກິດຂ້າມ ປາຊີຟິກ (TPP)”. ຄຽງຄູ່ກັນນັ້ນ, ຫວຽດນາມ ພວມກໍ່ສ້າງເສັ້ນທາງ, ສະໜາມບິນ, ທ່າກຳປັ່ນໂດຍໄວເພື່ອເຊື່ອມຕໍ່ເຄືອຂ່າຍຂົນສົ່ງ, ພະລາທິການ ແລະ ຜະລິດຂອງ ອາຊຽນ. ຫວຽດນາມ ຕັ້ງໜ້າສະໜັບສະໜູນເຄືອຂ່າຍເສດຖະກິດຂອງ ອາຊຽນ, ມານະພະຍາຍາມ ດຶງດູດບັນດາບໍລິສັດຂົນສົ່ງ, ພະລາທິການຂອງ ຍີ່ປຸ່ນ ລົງທຶນເຂົ້າ ຫວຽດນາມ. ພ້ອມນັ້ນ ຫວຽດນາມ ພວມລົງທຶນກໍ່ສ້າງບັນດາເສັ້ນທາງເຊື່ອມຕໍ່ກັບ ລາວ ແລະ ກຳປູເຈຍ ເພື່ອຊ່ວຍບັນດາປະເທດນີ້ຂົນສົ່ງສິນຄ້າເຂົ້າ - ອອກທ່າກຳປັ່ນແຫຼມຈະບັງຂອງ ໄທ.