(vovworld) - ໃນຂອບເຂດການຢ້ຽມຢາມຝລັ່ງ ແລະ ເຂົ້າຮ່ວມກອງປະຊຸມຄູ່ເຈລະເສດຖະກິດຂັ້ນສູງຄັ້ງທີ 2 ລະຫວ່າງຝລັ່ງ - ຫວຽດນາມ, ທີ່ຫາກໍ່ຈັດຂຶ້ນຢູ່ຝລັ່ງ. ທ່ານ ບຸ່ຍກວາງວິງ, ລັດຖະມົນຕີກະຊວງແຜນການ - ລົງທຶນຫວຽດນາມ ໄດ້ເຂົ້າຮ່ວມງານພົບປະກັບການນຳຂອງ 100 ກວ່າ ກຸ່ມບໍລິສັດ ແລະ ວິສາຫະກິດແຖວໜ້າຂອງຝລັ່ງ. ທີ່ການພົບປະ, ທ່ານ ລັດຖະມົນຕີກະຊວງແຜນການ - ລົງທຶນ ບຸ່ຍກວາງວິງ, ໄດ້ສົ່ງເສີມບັນດາວິສາຫະກິດຝລັ່ງເຂົ້າມາຮ່ວມມື, ລົງທຶນໄລຍະຍາວກັບຫວຽດນາມ. ໃຫ້ຂໍ້ສັງເກດພາຍຫຼັງການພົບປະກັບ ທ່ານ ລັດຖະມົນຕີ ບຸ່ຍກວາງວິງ, ທ່ານ Michel Drobniak, ທີ່ປຶກສາດ້ານເສດຖະກິດ, ສະຖານທູດຝລັ່ງປະຈຳຫວຽດນາມ, ຕີລາຄາສູງການພົວພັນຮ່ວມມືທາງດ້ານເສດຖະກິດລະຫວ່າງສອງປະເທດໃນຊຸມປີຜ່ານມາວ່າ:
”ຫວຽດນາມຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການພັດທະນາຄື: ມີການເຕີບໂຕທາງດ້ານເສດຖະກິດຢ່າງແຮງ, ມີກຳລັງແຮງງານໜຸ່ມ ແລະ ມີສີມືການຊ່າງສູງ… ດັ່ງນັ້ນແງ່ຫວັງຮ່ວມມືລະຫວ່າງສອງປະເທດແມ່ນໃຫຍ່ຫຼວງ. ສິ່ງສຳຄັນແມ່ນບັນດາວິສາຫະກິດຂອງສອງປະເທດຄວນຊອກຫາບັນດາຂົງເຂດຮ່ວມມືທີ່ມີປະສິດທິຜົນ, ຍິ່ງກວ່ານັ້ນແມ່ນຕ້ອງມີການຮ່ວມມືຂອງສອງລັດຖະບານ ເພື່ອຊ່ວຍໃຫ້ບັນດາວິສາຫະກິດສອງປະເທດສ້າງການພົວພັນຮ່ວມມືໃໝ່, ແນໃສ່ເຮັດໃຫ້ບັນດາຄາດໝາຍ, ເນື້ອໃນກອງປະຊຸມຕ່າງໆຂອງບັນດາລັດຖະມົນຕີ ແລະ ກອງປະຊຸມຄູ່ເຈລະຈາດ້ານເສດຖະກິດຂັ້ນສູງລະຫວ່າງສອງປະເທດປະກົດຜົນເປັນຈິງ ”.