ທ່ານພົນຕີ ດົ່ງດ້າຍໂລກ, ຮອງຫົວໜ້າກົມໃຫຍ່
ຕຳຫລວດ, ກະຊວງຕຳຫລວດ ຫວຽດນາມ
(ພາບ: cand.com)
(vovworld) - ຕອນເຊົ້າວັນທີ 22/11, ຢູ່ນະຄອນ ໂຮ່ຈີມິນ ໄດ້ດຳເນີນກອງປະຊຸມສາກົນຄັ້ງທີ 3 ກ່ຽວກັບການຮ່ວມມືປ້ອງກັນຕ້ານຢາເສບຕິດລະຫວ່າງບັນດາຫ້ອງການຕິດຕໍ່ພົວພັນຜ່ານຊາຍແດນ (BLO) ຫວຽດນາມ - ກຳປູເຈຍ. ໃນໄລຍະຜ່ານມາ, ສະພາບການຊື້ - ຂາຍ, ຂົນສົ່ງຢາເສບຕິດຂ້າມຊາຍແດນ ຍັງດຳເນີນໄປຢ່າງສັບສົນ, ພິເສດແມ່ນເຂດດ່ານຊາຍແດນສາກົນ ມົກບ່າຍ ແຂວງ ໄຕນີງ; ຕີ້ງບຽນ ແຂວງ ອານຢາງ…ເພື່ອຕໍ່ສູ້ກັບອາດຊະຍາກຳປະເພດນີ້, 2 ປະເທດໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ສັນຍາ ແລະ ແຜນການຮ່ວມມືຄວບຄຸມຢາເສບຕິດ ການຮ່ວມມືລະຫວ່າງ 2 ຝ່າຍໃນໄລຍະຜ່ານມາໄດ້ມີການເຄື່ອນໄຫວລະອຽດຫລາຍຢ່າງ, ປະກອບສ່ວນຮັກສາຄວາມສະຫງົບປອດໄພ ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນຢ່າງມີປະສິດທິຜົນ, ສ້າງເງື່ອນໄຂໃຫ້ປະຊາຊົນ 2 ປະເທດໄປ - ມາທຳມາຫາກິນດຳລົງຊີວິດຢ່າງສະດວກສະບາຍ. 2 ຝ່າຍເຫັນດີເປັນເອກະສັນ ຈະສືບຕໍ່ແບ່ງປັນຂໍ້ມູນຂ່າວສານໃນຂົງເຂດນີ້ຫລາຍກ່ວາອີກ ເພື່ອປ້ອງກັນຕ້ານອາດຊະຍາກຳຢາເສບຕິດໃຫ້ດີທີ່ສຸດ. ທ່ານພົນຕີ ດົ່ງດ້າຍໂລກ, ຮອງຫົວໜ້າກົມໃຫຍ່ຕຳຫລວດ, ກະຊວງຕຳຫລວດ ຫວຽດນາມ ຖືວ່າ:
“ໃນໄລຍະຈະມາເຖິງ, ລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ຈະສຸມໃສ່ປະຕິບັດວຽກງານໂຄສະນາເຜີຍແຜ່ໃນການປ້ອງກັນຕ້ານຢາເສບຕິດຢູ່ຕາມເສັ້ນຊາຍແດນ 2 ປະເທດເປັນຢ່າງດີ. ບັນຫາທີ 2 ແມ່ນສືບຕໍ່ກຳແໜ້ນສະພາບການ ຕົ້ນຕໍເພື່ອປ້ອງກັນສະກັດກັ້ນສະພາບການຊື້ - ຂາຍຂົນສົ່ງຢາເສບຕິດຢູ່ເຂດຊາຍແດນ.”