ຫວຽດນາມແລະລັດເຊຍພ້ອມກັນສະເຫຼີມສະຫຼອງບັນດາໄຊຊະນະປະຫວັດສາດ
ລາຍການສະແດງສິລະປະສະເຫຼີມສະຫຼອງ ໄດ້ຮັບການຈັດຕັ້ງໃນຕອນຄຳ່ວັນທີ 7/5
(vovworld) – ຕອນຄຳ່ວັນທີ 7/5, ຢູ່ ຮ່າໂນ້ຍ, ສູນວິທະຍາສາດ ແລະ ວັດທະນະທຳ ລັດເຊຍ ຢູ່ ຮ່າໂນ້ຍ ແລະ ສະຫະພັນບັນດາອົງການມິດຕະພາບ ນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 60 ປີແຫ່ງໄຊຊະນະ ດ້ຽນບຽນຝູ ແລະ 69 ປີແຫ່ງວັນໄຊຊະນະຂອງສົງຄາມປົກປັກຮັກສາປະເທດຊາດທີ່ຍິ່ງໃຫຍ່ຂອງປະຊາຊົນ ໂຊວຽດ (9/5/1954 – 9/5/2014).
ທີ່ພິທີ, ທ່ານນາງຮອງປະທານຜູ້ປະຈຳການສະຫະພັນບັນດາອົງການມິດຕະພາບ ນະຄອນ ຮ່າໂນ້ຍ ຫວູທິແທງຫາຍ ກ່າວຄຳເຫັນຊີ້ແຈ້ງຄວາມໝາຍອັນໃຫຍ່ຫຼວງຂອງໄຊຊະນະ ດ້ຽນບຽນຝູ ແລະ ຄວາມໝາຍຂອງສົງຄາມປົກປັກຮັກສາປະເທດຊາດທີ່ຍິ່ງໃຫຍ່, ນຳມາເຊິ່ງຊີວິດສັນຕິພາບໃຫ້ແກ່ຫຼາຍປະເທດ, ສ້າງການຫັນປ່ຽນທີ່ມີລັກສະນະເປັນບາດລ້ຽວຂອງໂລກ.
ໃນຂະນະນັ້ນ, ວັນທີ 6/5, ສະຖານທູດ ຫວຽດນາມ ປະຈຳ ເຢຍລະມັນ ໄດ້ສາຍຟິມ ກ່ຽວກັບໄຊຊະນະ ດ້ຽນບຽນຝູ ແລະ ພົນເອກ ຫວໍງວຽນຢາບ. ກ່າວຄຳເຫັນເນື່ອງໃນເຫດການນີ້, ທ່ານນາງເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເຢຍລະມັນ ຫງວຽນທິຮ່ວາງແອງ ເນັ້ນໜັກວ່າ: ຫວຽດນາມ ແມ່ນປະເທດຮັກຫອມສັນຕິພາບ, ຍາມໃດກໍ່ສະແດງເຈດຕະນາດີ, ເດັດດຽວແກ້ໄຂຄວາມບໍ່ລົງລອຍກັນດ້ວຍມາດຕະການສັນຕິພາບ ເໝາະສົມກັບກົດບັດ ສປຊ ແຕ່ເມື່ອໃດເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດຖືກລະເມີດ, ປະຊາຊົນ, ປະເທດຊາດ ຫວຽດນາມ ຈະເດັດດຽວປ້ອງກັນບັນດາສິດ ແລະ ຜົນປະໂຫຍດອັນເປັນທຳຂອງປະເທດຊາດ.
ແລະກໍ່ໃນວັນດຽວກັນ, ຢູ່ ກູບາ, ໜັງສືພິມ “Granma”, ສຽງຂອງ ພັກກອມມູນິດ ກູບາ, ໄດ້ໃຫ້ຂ່າວ, ບົດຊີ້ແຈ້ງ ໄຊຊະນະ ດ້ຽນບຽນຝູ ໃນວັນທີ 7/5/1954 ສະແດງໃຫ້ເຫັນວ່າ: ກຳລັງແຮງຂອງກຸ່ມກ້ອນສາມັກຄີຊົນຊາດແມ່ນປັດໄຈສຳຄັນໃນການຕິເອົາໄຊຊະນະສັດຕູທີ່ແຂງແຮງກ່ວາກ່ຽວກັບກຳລັງການທະຫານ.