ການປະຊຸມຄັ້ງທີ 3 ຂອງຄະນະກຳມະການປະສົມຮ່ວມມື
ເສດຖະກິດ ຫວຽດນາມ - ລາຊະອານາຈັກ ແບນຊິກ
(ພາບ: TTXVN)
(vovworld) – ວັນທີ 23/11, ຢູ່ສຳນັກງານກະຊວງການຕ່າງປະເທດ ແບນຊິກ ທີ່ນະຄອນຫລວງ Brussels, ໄດ້ດຳເນີນການປະຊຸມຄັ້ງທີ 3 ຂອງຄະນະກຳມະການປະສົມຮ່ວມມືເສດຖະກິດ ຫວຽດນາມ - ລາຊະອານາຈັກ ແບນຊິກ. ກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນຈີ໋ຢຸງ ລັດຖະມົນຕີຊ່ວຍວ່າການກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຕີລາຄາສູງການພົວພັນຮ່ວມມືຫລາຍດ້ານກັບຝ່າຍ ແບນຊິກ, ພິເສດໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ ແລະ ປາດຖະໜາວ່າ: ການພົວພັນນີ້ ຈະສືບຕໍ່ໄດ້ຮັບການເພີ່ມທະວີໃນໄລຍະຈະມາເຖິງ. ທີ່ການປະຊຸມ, 2 ຝ່າຍໄດ້ປຶກສາຫາລືກ່ຽວກັບບັນດາໂຄງການພວມໄດ້ຮັບການປະຕິບັດ ແລະ ສະເໜີບັນດາໂຄງການຮ່ວມມືໃນອະນາຄົດ. ຝ່າຍ ແບນຊິກ ສະແດງຄວາມປາດຖະໜາວ່າ: ໃນໄລຍະຈະມາເຖິງຈະສົ່ງອອກຊີ້ນງົວ, ຊີ້ນງົວນ້ອຍ ແລະ ໝາກເຊີລີ ເຂົ້າຕະຫລາດ ຫວຽດນາມ ກໍຄືລົງທຶນເຂົ້າໃນຂົງເຂດພະລັງງານຜະລິດຄືນໃໝ່ຢູ່ ຫວຽດນາມ. ຝ່າຍ ຫວຽດນາມ ສະເໜີຝ່າຍ ແບນຊິກ ສືບຕໍ່ໜູນຊ່ວຍໃຫ້ບັນດາເຄື່ອງມືທີ່ມີຢູ່ແລ້ວຄື: ການເຕີບໂຕຂຽວ, ກອງທຶນຄົ້ນຄວ້າ ແລະ ໃຫ້ຄຳປຶກສາ, ພ້ອມທັງ ສືບຕໍ່ເຮັດວຽກນຳກັນ ເພື່ອກຳນົດບັນດາກົນໄກຮ່ວມມືໃໝ່.
ວົງເງິນການຄ້າ 2 ຝ່າຍ ຫວຽດນາມ - ແບນຊິກ ບັນລຸ 2 ຕື້ USD ໃນປີ 2014. ປະຈຸບັນ ແບນຊິກ ພວມຢືນອັນດັບ 6 ໃນຈຳນວນຄູ່ຮ່ວມມືການຄ້າຂອງ ຫວຽດນາມ ຢູ່ ອີຢູ. ການລົງທຶນ ຂອງ ແບນຊິກ ຢູ່ ຫວຽດນາມ ມີມູນຄ່າ 420 ລ້ານ USD ດ້ວຍ 59 ໂຄງການ.