ຫວຽດນາມແລະລາວຊຸກຍູ້ລາຍການສອນແລະຮຽນພາສາຫວຽດນາມຢູ່ລາວ

ຫວຽດນາມແລະລາວຊຸກຍູ້ລາຍການສອນແລະຮຽນພາສາຫວຽດນາມຢູ່ລາວ - ảnh 1
(ພາບປະກອບ)

 (vovworld) - ​ ຕອນ​ບ່າຍ​ວັນ​ທີ 23/6, ຢູ່​ນະຄອນຫຼວງ​ວຽງ​ຈັນ, ປະ​ເທດ​ລາວ, ຄະນະ​ຊີ້​ນຳ​ແຜນ​ງານຫວຽດນາມ - ລາວ, ສະ​ຖາ​ບັນ​ວິທະຍາສາດ​ການ​ສຶກສາ​ຫວຽດນາມ, ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ ​ແລະ ຄະນະ​ຮຽບຮຽງ​ລາຍການ​ສອນ​ພາສາ​ລາວ - ຫວຽດນາມ ຢູ່​ໂຮງຮຽນ ຫງວຽນ​ຢູ, ກະຊວງ​ສຶກສາທິການ ​ແລະ ກິລາ​ລາວ, ​ໄດ້​ລົງ​ນາມ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ຜັນ​ຂະຫຍາຍ​ລາຍການ​ສອນ ​ແລະ ຮຽນ​ພາສາ​ຫວຽດນາມ ຢູ່​ບັນດາ​ໂຮງຮຽນ​ສາມັນ​ໃນ​ທົ່ວ​ປະ​ເທດ​ລາວ. ຕາມ​ນັ້ນ, ສະ​ຖາ​ບັນ​ວິທະຍາສາດ​ການ​ສຶກສາ​ຫວຽດນາມ ຜັນ​ຂະຫຍາຍການ​ຮຽບຮຽງ​ລາຍການ​ສອນ​ພາສາ​ຫວຽດນາມ ​ແລະ ປື້​ມຫຼັກ​ສູດຮຽນ​ພາສາ​ຫງຽດນາມ (ທົດ​ລອງ) ​ແຕ່ ປ1 ​ເຖິງ ມ7 ​ແລະ ​ສອນທົດ​ລອງ​ 2 ພາສາ​ລາວ - ຫວຽດນາມ ​ໃນ​ໂຮງຮຽນ​ສາມັນ​ຫງວຽນ​ຢູ, ​ເລີ່​ມຕົ້ນ​ແຕ່​ປີ 2016. ລາຍການ​ນີ້ກໍ່ຈະ​ສອນ​ໃຫ້​ນັກຮຽນ​ສາມັນ​ຢູ່​ບັນດາ​ໂຮງຮຽນຊາວ​ຫວຽດນາມ​ອາ​ໄສ​ຢູ່​ລາວ ​ແລະ ບັນດາ​ໂຮງຮຽນ ​ໂດຍ​ຫວຽດນາມ ​ຊ່ວຍ​ກໍ່ສ້າງໃນ​ທົ່ວ​ປະ​ເທດ​ລາວ.

ໝີ​ບິ່ງ​, ນັກ​ຂ່າວ VOV ປະຈຳ​ລາວ

ຂ່າວ/ບົດ​ອື່ນ